ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ບໍ່ມີການກະທຳເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: laodong.vn)
ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ຫວ່າງມໍ່ໆມານີ້ ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດແນໃສ່ກຳລັງ ຮາມາດສ ຢູ່ນະຄອນຫຼວງ ໂດຮາ, ປະເທດ ກາຕາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ, ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ບໍ່ມີການກະທຳເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ ຢ່າງເຂັ້ມງວດ, ສ້າງສະພາບແວດລ້ອມທີ່ສະດວກເພື່ອດຳເນີນການເຈລະຈາຂໍ້ຕົກລົງຢຸດຍິງຢ່າງສິ້ນເຊິງ, ຍືນຍົງສຳລັບການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ. ຄຳຢືນຢັນດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ທີ່ຈັດຂຶ້ນໃນຕອນບ່າຍວັນທີ 11 ກັນຍາ, ຢູ່ ຮ່າໂນ້ຍ.
ກ່ຽວກັບສະພາບການຊາວ ຫວຽດນາມ ຢູ່ ກາຕາ, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ, ປະຈຸບັນຍັງບໍ່ທັນມີຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ຖືກຜົນສະທ້ອນ. ສະຖານທູດ ຫວຽດນາມ ປະຈຳ ກາຕາ ພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ພ້ອມແລ້ວທີ່ຈະມີມາດຕະການປົກປ້ອງພົນລະເມືອງຖ້າມີຄວາມຈຳເປັນ ເມື່ອມີກໍລະນີພົນລະເມືອງ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ.