ເລື່ອງບັນດາຝ່າຍທີ່ກ່ຽວຂ້ອງໃຫ້ຄົນເຂົ້າໄປຍັງເຂດທີ່ເປັນເອກະລາດຂຶ້ນກັບໝູ່ເກາະ ເຈື່ອງຊາ ເຊິ່ງບໍ່ໄດ້ຮັບອະນຸຍາດຂອງ ຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຕາມກົດໝາຍສາກົນ
ທ່ານນາງ ຟ້າມທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: BNG)
ຕອນບ່າຍວັນທີ 14 ພຶດສະພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂໍ້ມູນຂ່າວທີ່ວ່າ ໃນໄລຍະທີ່ຫາກໍ່ຜ່ານມານີ້ ຈີນ ແລະ ຟີລິບປິນ ໃຫ້ຄົນມາປັກທຸງຢືນຢັນອະທິປະໄຕຢູ່ເຂດຫີນ ຮວ່າຍເອີນ, ຂຶ້ນກັບໝູ່ເກາະ ເຈື່ອງຊາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ເລື່ອງບັນດາຝ່າຍທີ່ກ່ຽວຂ້ອງໃຫ້ຄົນເຂົ້າໄປຍັງເຂດທີ່ເປັນເອກະລາດຂຶ້ນກັບໝູ່ເກາະ ເຈື່ອງຊາ ເຊິ່ງບໍ່ໄດ້ຮັບອະນຸຍາດຂອງ ຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຕາມກົດໝາຍສາກົນ ແລະ ໄປຝືນກັບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ກໍຄືຄວາມມານະພະຍາຍາມຂອງບັນດາຝ່າຍໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນປະຈຸບັນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ, ບໍ່ໃຫ້ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຄົາລົບກົດໝາຍສາກົນ, ປະຕິບັດ DOC ຢ່າງເຂັ້ມງວດ, ພ້ອມກັນນັ້ນ, ກໍ່ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ”.
ເຂດຫີນ ຮວ່າຍເອີນ ນອນໃນເຂດ ທິຕື ຂອງໝູ່ເກາະ ເຈື່ອງຊາ, ແຂວງ ແຄງຮວ່າ ແມ່ນຂຶ້ນກັບອະທິປະໄຕຂອງ ຫວຽດນາມ.