ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນປະເພດຕ່າງໆທັງໝົດ 28 ຫຼຽນ, ໃນນັ້ນ ມີຫຼຽນຄໍາ 18 ຫຼຽນ.

(ພາບປະກອບ: baoyenbai.com.vn)
ຄະນະນັກກິລາຫວຽດນາມ ອີກຄັ້ງໜຶ່ງຄອງແຊັມໂລກໃນ ງານແຂ່ງຂັນຄວ້າແຊັມກິລາປະເພດ Vovinam ໂລກ ຄັ້ງທີ 6 ເຊິ່ງໄດ້ດໍາເນີນຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກໍາປູເຈຍ ໃນລະຫວ່າງວັນທີ 16 – 22 ທັນວາ. ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນປະເພດຕ່າງໆທັງໝົດ 28 ຫຼຽນ, ໃນນັ້ນ ມີຫຼຽນຄໍາ 18 ຫຼຽນ. ຄະນະນັກກິລາປະເທດເຈົ້າພາບ ກໍາປູເຈຍ ລືນຄະແນນເມື່ອທຽບໃສ່ຄະນະນັກກິລາ ອານເຊຣີ ແລະ ຢືນອັນດັບທີ 2.
ງານແຂ່ງຂັນຊີງຊະນະເລີດກິລາປະເພດມວຍ Vovinam ໂລກ ຄັ້ງທີ 6 ໄດ້ດຶງດູດນັກກິລາເກືອບ 400 ຄົນ ທີ່ມາຈາກ 24 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.
(ແຫຼ່ງຄັດຈາກ VOV)