ຂ່າວສານ

ຫວຽດນາມ - ອີຢູ ຈັດວາລະປະຊຸມຄະນະກຳມະການປະສົມ ຄັ້ງທີ 7

ທີ່ວາລະປະຊຸມ, ສອງຝ່າຍໄດ້ຕີລາຄາການພົວພັນແມ່ນສືບຕໍ່ໄດ້ຮັບການພັດທະນາຢ່າງຕັ້ງໜ້າ ພາຍຫຼັງການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໃນເດືອນ ມັງກອນ ປີ 2026
  ພາບໃນວາລະປະຊຸມ. (ພາບ: VNA)  

ວັນທີ 25 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາງ ເລ​ທິ​ທູ​ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ແລະ ທ່ານ Erik Kurzweil, ​ຫົວ​ໜ້າ​ກົມ ອາຊີ-ປາຊີຟິກ, ອົງການພົວພັນຕ່າງປະເທດສະຫະພາບ ເອີລົບ (EEAS) ໄດ້ເປັນປະທານຮ່ວມວາ​ລະ​ປະຊຸມຄັ້ງທີ 7 ຄະນະກຳມະການປະ​ສົມ ຫວຽດນາມ-ສະຫະພາບ ເອີລົບ (ອີ​ຢູ) ຜັນ​ຂະ​ຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ສະຫະພາບ ເອີລົບ (PCA).

ທີ່​ວາ​ລະ​ປະ​ຊຸມ, ສອງຝ່າຍໄດ້​ຕີ​ລ​າ​ຄາ​ການພົວພັນ​ແມ່ນສືບຕໍ່​ໄດ້​ຮັບ​ການພັດທະນາ​ຢ່າງ​ຕັ້ງ​ໜ້າ ພາຍຫຼັງການຍົກລະດັບ​ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໃນເດືອນ ມັງກອນ ປ​ີ 2026; ໂດຍ​ສະ​ເພາະ​ແມ່ນ​ດ້ານການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ພະລັງງານສະອາດ ແລະ ການພັດທະນາແບບຍືນຍົງ; ຜັນ​ຂະ​ຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ຢ່າງມີປະສິດທິ​ຜົນ... ກ່ຽວກັບບັນຫາທະເລຕາເວັນອອກ, ທັງສອງຝ່າຍໄດ້ເນັ້ນໜັກ ເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ​ຄວາມ​ເສ​ລີ​ໃນ​ການການເດີນເຮືອ​ຢູ່​ທະ​ເລ, ການບິນ ແລະ ແກ້ໄຂການຂັດແຍ່ງ​ກັນ​ໂດຍສັນຕິວິ​ທີ, ສອດຄ່ອງກັບ ກົດໝາຍສາກົນ ແລະ ​ກົດ​ບັດ​ຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າ​ດ້ວຍ​ທະເລປີ 1982 (UNCLOS 1982).


top