ລາຍການສະແດງສິລະປະພິເສດ “ຫວຽດນາມ ຫຼາກຫຼາຍສີສັນ: ວັດທະນະທຳເຍືອງທາງ - ພູຜາປ່າໄມ້ເຊື່ອມຕົວເຂົ້າກັນ” ຈັດຂຶ້ນໃນຕອນຄ່ຳວັນທີ 24 ພະຈິກ, ຢູ່ສະໜາມກິລາແຫ່ງຊາດ ໝີ້ດິ່ງ, ຮ່າໂນ້ຍ, ໄດ້ດຶງດູດຜູ້ມາຊົມຢູ່ກັບທີ່ປະມານ 50.000 ຄົນ.
ລາຍການດຶງດູດຜູ້ມາຊົມຢູ່ກັບທີ່ປະມານ 50.000 ຄົນ (ພາບ: ເຈິ່ນແທັງຢາງ/VNP)
ເຫດການໄດ້ຈັດຂຶ້ນກົງກັບວັນວັດທະນະທຳ ຫວຽດນາມ (24 ພະຈິກ), ສະເຫຼີມສະຫຼອງກອງປະຊຸມວັດທະນະທຳທົ່ວປະເທດ ຄັ້ງທີໜຶ່ງ ຄົບຮອບ 80 ປີ (1946 – 2026).
ໂດຍໄດ້ຮັບການສ້າງຂຶ້ນຄືດ່ັງລາຍການສະແດງສິລະປະເຊີດຊູປະຫວັດສາດ, ມູນເຊື້ອອະລິຍະທຳ ແລະ ຄວາມອຸດົມສົມບູນໃນສີສັນວັດທະນະທຳບັນດາຊົນເຜົ່າ ຫວຽດນາມ, ລາຍການໄດ້ປະກອບມີ 3 ພາກ, ນຳຜູ້ຊົມແຕ່ກົກເຄົ້າເຫງົາກໍໄປຮອດບັນດາເຂດມໍລະດົກ, ແລ້ວເປີດພາບພົດວັດທະນະທຳ ຫວຽດນາມ ໃນການດຳລົງຊີວິດຍຸກສະໄໝ. ກ່າວຄຳເຫັນໄຂລາຍການ, ທ່ານ ເຈິ່ນດຶກຖັ້ງ, ເລຂາຄະນະພັກ ນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ວັນວັດທະນະທຳ ຫວຽດນາມ ບໍ່ພຽງແຕ່ເພື່ອເຊີດຊູມໍລະດົກເທົ່ານັ້ນ ຫາກຍັງເພື່ອຢັ້ງຢືນ: ປະຊາຊົນແມ່ນຜູ້ມີຫົວຄິດປະດິດສ້າງ, ຮັກສາ ແລະ ຊົມໃຊ້ວັດທະນະທຳອີກດ້ວຍ. ແຕ່ລະເຂດພາກມີສີສັນສະເພາະ, ແຕ່ລະຊົນເຜົ່າມີສຽງເວົ້າ ພ້ອມກັນສ້າງເປັນບົດເພງເອກະພາບຂອງວັດທະນະທຳ ຫວຽດນາມ. ສຳລັບນະຄອນຫຼວງ ຮ່າໂນ້ຍ, ໂດຍໄດ້ຮັບຈຸດຍອດຍິ່ງຂອງວັດທະນະທຳທຸກເຂດພາກມາເຕົ້າໂຮມ ແມ່ນຄວາມເປັນກຽດ, ພ້ອມທັງແມ່ນຄຳຕັກເຕືອນກ່ຽວກັບຄວາມຮັບຜິດຊອບຂອງນະຄອນຫຼວງແຫ່ງອະລິຍະທຳ. ພວກຂ້າພະເຈົ້າຈະຮັກສາມໍລະດົກ, ເບິ່ງແຍງຫຼໍ່ລ້ຽງຜູ້ມີຄວາມເກັ່ງກ້າສາມາດ, ເປີດກ້ວາງເຂດວັດທະນະທຳ, ສ້າງຊາວ ຮ່າໂນ້ຍ ສຸພາບຮຽບຮ້ອຍ ເພື່ອໃຫ້ມູນເຊື້ອ ແລະ ຄວາມທັນສະໄໝພ້ອມກັນສ້າງເປັນນະຄອນຫຼວງ ທີ່ເປັນໜ້າດຳລົງຊີວິດ, ແມ່ນບ່ອນປະຊາຊົນທຸກຄົນໄດ້ປະດິດຄິດສ້າງ ແລະ ໄດ້ຊົມໃຊ້”.
ລາຍການ “ສີສັນ ຫວຽດນາມ: ວັດທະນະທຳເຍືອງທາງ - ພູຜາປ່າໄມ້ເຊື່ອມຕົວເຂົ້າກັນ” ບໍ່ພຽງແຕ່ນຳມາເຊິ່ງຄຳ່ຄືນສະແດງສິລະປະຂະໜາດໃຫຍ່ເທົ່ານັ້ນ ຫາກຍັງແມ່ນໄດ້ຢັ້ງຢືນວ່າ ວັດທະນະທຳບໍ່ພຽງແຕ່ຄວາມຊົງຈຳ, ແມ່ນກົກເຄົ້າເຫງົາກໍ່ສ້າງສີສັນຊາດ, ຫາກຍັງແມ່ນກຳລັງແຮງສະໜິດຕິດພັນວົງຄະນະຍາດ ແລະ ສ້າງກຳລັງໜູນໃຫ້ແກ່ການພັດທະນາອີກດ້ວຍ.