ເຫດການ ແລະ ບັນຫາ

ຫວຽດນາມ ສ້າງ ອາຊີບການປະມົງ ແບບຍືນຍົງ

ສະກັດກັ້ນການຫາປາ ທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຄົາ ລົບຕາມກົດລະບຽບ, ກ້າວໄປເຖິງ ຄວາມກົມກຽວ ຂອງລະບຽບການສາກົນ ແລະ ພັດທະນາຂະແໜງຂຸດຄົ້ນສິນໃນນໍ້າ ແບບຍືນຍົງ ແມ່ນເປົ້າໝາຍ ແລະ ຄຳໝັ້ນສັນຍາ ຂອງ ຫວຽດນາມ. ເມື່ອມໍ່ໆ ມານີ້, ຫວຽດນາມ ໄດ້ເປັນເຈົ້າການເພີ່ມທະວີການຮ່ວມມືກັບ EU ເພື່ອຍົກເລີກ “ຄຳເຕືອນ ບັດເຫຼືອງ”.

ສະກັດກັ້ນການຫາປາ ທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຄົາ ລົບຕາມກົດລະບຽບ, ກ້າວໄປເຖິງ ຄວາມກົມກຽວ ຂອງລະບຽບການສາກົນ ແລະ ພັດທະນາຂະແໜງຂຸດຄົ້ນສິນໃນນໍ້າ ແບບຍືນຍົງ ແມ່ນເປົ້າໝາຍ ແລະ ຄຳໝັ້ນສັນຍາ ຂອງ ຫວຽດນາມ. ເມື່ອມໍ່ໆ ມານີ້, ຫວຽດນາມ ໄດ້ເປັນເຈົ້າການເພີ່ມທະວີການຮ່ວມມືກັບ EU ເພື່ອຍົກເລີກ “ຄຳເຕືອນ ບັດເຫຼືອງ”.

ແຕ່​ວັນ​ທີ 10-18 ຕຸລາ, ຄະນະ​ກວດການ ຂອງ ຄະນະກຳມະການ​ ເອີ​ຣົບ (EC) ​ໄດ້​ມາ​ ຫວຽດນາມ ​ເພື່ອ​ກວດກາ ຜົນ​ການ​ປະຕິບັດ​ຂໍ້​ສະ​ເໜີ​ແນະ​ຂອງ​ຄະນະ​ກຳມະການ ​ເອີ​ຣົບ ກ່ຽວ​ກັບສະກັດກັ້ນ​ການ​ ຫາ​ປາ​ທີ່​ຜິດ​ກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມ​ຂໍ້ກໍານົດ (IUU).

ນີ້​ແມ່ນ​ຄັ້ງ​ທີ 4 ທີ່ EC ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ສະ​ເໜີ​ແນະ​ ກ່ຽວ​ກັບ​​ຕ້ານການຫາປາ IUU, ​ເພື່ອໃຫ້ຂໍ້ສະຫຼຸບວ່າ ສາມາດຍົກເລີກ “ບັດເຫຼືອງ” ຫຼື​ ຮັກສາຄໍາເຕືອນ “ບັດເຫຼືອງ” ຕໍ່​ຜະລິດ​ຕະພັນ​ສິນໃນນໍ້າ ຖືກ​ຂຸດ​ຄົ້ນ​ ຂອງ ຫວຽດນາມ.


ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຢືນຢັນ​ວ່າ ຫວຽດ ນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ ​ເພື່ອ​ຕ້ານການຫາປາ IUU, ກ້າວໄປເຖິງ ຄວາມກົມກຽວ ຂອງລະບຽບການສາກົນ ແລະ ພັດທະນາຂະແໜງຂຸດຄົ້ນສິນໃນນໍ້າ ແບບຍືນຍົງ. ພ້ອມ​ກັນ​ນັ້ນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ ຄວາມເຂົ້າໃຈເຊິ່ງກັນ ​ແລະ ກັນ ຕໍ່​ກັບ​ສະພາບ​ການ​ປັດຈຸ​ບັນ, ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ ​ໃນ​ການ​ຕ້ານການຫາປາ IUU ກໍ່​ຄື​ຫັນ​ຈາກ​ການ​ປະມົງ​ ເອກະ​ຊົນ​ ເປັນ​ການ​ປະມົງ​ ມີ​ຄວາມ​ຮັບຜິດຊອບ ​ແລະ ພັດທະນາ​ແບບ​ຍືນ​ຍົງ ຜ່ານ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປະມົງ 2017.

ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້ຍື່ນຕໍ່ນາຍົກລັດ ຖະມົນຕີ ເພື່ອປະກາດໃຊ້ ບັນດາ​ໂຄງການ, ​​ແຜນສັງລວມ​ພັດທະ ນາ ​ຂະແໜງສິນໃນນໍ້າ ແບບ​ຍືນ​ຍົງ, ມີ​ຄວາມ​ຮັບຜິດຊອບ, ເຊື່ອມໂຍງເຂົ້າກັບສາກົນ ແລະ ຕ້ານການຫາປາ IUU ​ເພື່ອ​ປະຕິບັດຢ່າງມີປະສິດທິຜົນ ​ຍຸດ​ທະ​ສາດ ​ພັດທະນາ​ ການ​ປະມົງ ​ຫວຽດນາມຮອດ​ ປີ 2030, ວິໄສທັດ ເຖິງປີ 2045 ຊຶ່ງໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໃນ​ມະຕິ ​​ເລກ​ທີ 339/QD-TTg ລົງ​ວັນ​ທີ 11 ມີ​ນາ 2021.

ກອງເຮືອຂຸດຄົ້ນສິນທະເລ ຂອງ ຊາວປະມົງ ແຂວງ ນິງຖ້ວນ. ພາບ: VNA

 ທີ່​ກອງ​ປະຊຸມ ກ່ຽວກັບການ​ຊຸກຍູ້​ ບັນດາວິທີການ​ແກ້​ໄຂ ​ບັນຫາ​ຕ້ານການຫາປາ IUU, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ​ໃຫ້​ຮູ້​ວ່າ: ຕ້ານການຫາປາ IUU ​ກ່ອນອື່ນໝົດແມ່ນ​ເພື່ອຜົນປະໂຫຍດ ຂອງ ​ປະ​ເທດ​ຊາດ ​ແລະ ປະຊາຊົນ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງ ​ຕ້ອງ​ຍົກ​ສູງ​ສະຕິຄວາມ​ຮັບ​ຮູ້ ​ຂອງ​ປະ​ຊາ​ຊົນ ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ພັດ​ທະ​ນາ​ແບບ​ຍືນ​ຍົງ. ພ້ອມ​ກັນ​ນັ້ນ, ສ້າງຄ່າຄອງຊີບ, ວຽກເຮັດງານທຳໃຫ້​ແກ່​ປະຊາຊົນ, ​ຕາມທິດ​ເພີ່ມ​ທະວີການ​ລ້ຽງ ​ແລະ ປຸງ​ແຕ່ງ, ຫຼຸດຜ່ອນ​ການຂຸດຄົ້ນໃນທຳມະຊາດ; ​ແກ້​ໄຂ​ຂໍ້​ສະ​ເໜີ​ແນະ ​ຂອງ​ບັນດາ​ປະ​ເທດ ​ແລະ ​ອົງການຈັດຕັ້ງ​ໃນ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ ໂດຍໄວ; ບໍ່ໃຫ້ບັນຫາໃໝ່ເກີດຂຶ້ນ ແລະ ບໍ່ໃຫ້ການຫາປາ IUU ເກີດຂຶ້ນ.

 


 

 

ດ້ວຍ​ເປົ້າ​ໝາຍ ​ສ້າງ​ການ​ປະມົງ ​ແບບ​ຍືນ​ຍົງ, ມີ​ຄວາມ​ຮັບຜິດ ຊອບ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງນີ້ແມ່ນຍົກເລີກບັດ​ເຫຼືອງ ​ຂອງ EC, ທົ່ວທັງລະບົບ​ການ​ເມືອງ​​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ. ແຕ່​ສູນ​ກາງ ​ລົງ​ຮອດ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນບັນດາ​ທ້ອງ​ຖິ່ນ ​ແຄມ​ທະ​ເລ​ຢູ່ 28 ​ແຂວງ, ນະຄອນ​ແຄມ​ທະ​ເລສັງກັດ​ສູນ​ກາງ, ຖື​ນີ້​ແມ່ນ​ວຽກ​ງານ​ບຸລິມະສິດ ​ແລະ ຮີບ​ດ່ວນ​ຢູ່​ບັນ ດາທ້ອງ​ຖິ່ນ, ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ, ຄວາມ​ມານະ​ພະຍາ ຍາມ ​ແລະ ຕັດສິນໃຈ ດ້ານການເມືອງ ຂອງ ​ຫວຽດນາມ ​ກ່ຽວກັບ​ຕ້ານການຫາປາ IUU.

 

ປັດຈຸ​ບັນ, ຈຳນວນ​ກຳ​ປັ່ນ​ ຫາ​ປາ​ ທີ່​ມີ​ຄວາມ​ຍາວ 6 ມ ​ຂຶ້ນ​ໄປ ​ໄດ້​ຂຶ້ນ​ທະບຽນ ​ແລະ ອັບເດດ ​ຢູ່ພື້ນ​ຖານ​ຂໍ້​ມູນ VNFishbase ມີ 73.282 ລຳ; ກໍາປັ່ນຫາປາ ມີຄວາມຍາວ 15 ມ ຂຶ້ນໄປ ໄດ້ຮັບໃບອະນຸຍາດ ຖືກຕ້ອງມີ 27.810/29.489 ລຳ ໄດ້ຂຶ້ນທະບຽນ ແລະ ອັບເດດ​ຢູ່ພື້ນ​ຖານ​ຂໍ້​ມູນ VNFishbase (ບັນລຸ 94.3%). ນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ເພື່ອຂຸດຄົ້ນ ແລະ ນຳໃຊ້ ລະບົບຕິດຕາມກຳປັ່ນຫາປາ ເພື່ອຕິດຕາມການເຄື່ອນໄຫວຂອງ ກຳປັ່ນ ຫາປາ ເທິງທະເລ ທີ່ໄດ້ຕິດຕັ້ງອຸປະກອນຕິດຕາມການເດີນເຮືອ (VMS) ເທິງກໍາປັ່ນຫາປາ ທີ່ມີຄວາມຍາວ 15 ມ ຂຶ້ນໄປ ບັນລຸ 97,65% (28.797/29.489 ລຳ).

ທ່າກຳປັ່ນປາ ໝີເຕິນ (ຕາແສງ ແທງຫາຍ, ເມືອງ ນິງຫາຍ) ໄດ້ລົງທຶນຢ່າງຄົບຖ້ວນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ພັດທະນາ ເສດຖະກິດທາງທະເລ ຂອງ ທ້ອງຖິ່ນ. ພາບ: VNA
ຜະ​ລິດ​ຕະ​ພັນ​ປາ​ທູ​ນາ​ ​ຂອງແຂວງ ຝູ໋ອຽນ ຖືກ​ສົ່ງ​ອອກ​ໄປ​ຍັງ​ຕະ​ຫຼາດຫຼາຍ​ແຫ່ງ, ໃນ​ນັ້ນ​ມີ EU ແລະ ສ ອາ​ເມ​ລິ​ກາ. ພາບ: VNA

ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ ຂັ້ນ​ລັດຖະບານ ວ່າດ້ວຍ ການ​ຮ່ວມ​ມື​ສາກົນ​ ກ່ຽວ​ກັບ​ຕ້ານ​ການ​ຫາປາ IUU ກັບ​ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອົດ​ສະ​ຕຣາ​ລີ; ​ເປັນ​ປະທານ​ ສ້າງ​ຂໍ້​ລິ​ເລີ່​ມ “ສ້າງ​ແຜນການຕ້ານການຫາປາ ທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຄົາລົບ ກົດລະບຽບ ໄລຍະປີ 2020 - 2025”; ສົມທົບກັບບັນດາອົງການຈັດຕັ້ງສາກົນ ຄື: ສູນພັດທະນາການປະມົງ ອາ ຊີຕາເວັນອອກສ່ຽງໃຕ້ (SEAFDEC), ອົງການກະສິກຳ ສະບຽງອາຫານ ຂອງ ສະຫະປະຊາຊາດ (FAO) ເພື່ອຜັນຂະຫຍາຍ ມາດຕະການແກ້ໄຂ ປະຕິບັດບັນດາຂໍ້ກຳນົດ ຕໍ່ບັນດາປະເທດມີທ່າກຳ ປັ່ນ, ຫາແຫຼ່ງທີ່ມາຜ່ານເອເລັກໂຕຣນິກ, ການຂົນສົ່ງທາງທະເລ. 

  • ບົດ: VNP - ພາບ: VNA
  • ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

 


top