ຊຸກຍູ້ການຮ່ວມມືທາງດ້ານວິທະຍາສາດ ເຕັກໂນໂລຢີກາຍເປັນກຳລັງໜູນພັດທະນາການພົວພັນສອງປະເທດ, ຕັ້ງໜ້າປັບປຸງນະໂຍບາຍ, ສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດລົງທຶນເປັນປົກກະຕິ, ຍາວນານຢູ່ແຕ່ລະປະເທດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເຈລະຈາ ກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Cho Jeong Sik (ພາບ: VNA)
ພິທີຕ້ອນຮັບ ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽດ ໃນໂອກາດຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການໃນຕອນເຊົ້າວັນທີ 7 ກັນຍາ ຢູ່ນະຄອນຫຼວງ ເຊີອູນ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Cho Jeong Sik.
ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດສອງທ່ານໄດ້ເປັນເອກະພາບຮັກສາການແລກປ່ຽນຍຸດທະສາດຂັ້ນສູງ; ຜັນຂະຫຍາຍວິໄສທັດຍຸດທະສາດກ່ຽວກັບການເຊື່ອມຕໍ່ເສດຖະກິດສອງປະເທດ ໃນສະພາບການໃໝ່, ຕາມນັ້ນແລ້ວ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 100 ຕື້ USD ໃນປີ 2026 ແລະ ມຸ່ງໄປເຖິງ 150 ຕື້ USD ໃນປີ 2030, ສືບຕໍ່ໃຫ້ບຸລິມະສິດແຫຼ່ງທຶນຊ່ວຍເຫຼືອລ້າເພື່ອການພັດທະນາຢ່າງເປັນທາງການ (ODA) ແລະ ODA ບຸລິມະສິດໃຫ້ບັນດາໂຄງການຂອງ ຫວຽດນາມ. ພ້ອມກັນນັ້ນ, ຊຸກຍູ້ການຮ່ວມມືທາງດ້ານວິທະຍາສາດ ເຕັກໂນໂລຢີກາຍເປັນກຳລັງໜູນພັດທະນາການພົວພັນສອງປະເທດ, ຕັ້ງໜ້າປັບປຸງນະໂຍບາຍ, ສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດລົງທຶນເປັນປົກກະຕິ, ຍາວນານຢູ່ແຕ່ລະປະເທດ.
ກ່ຽວກັບການຮ່ວມມືລັດຖະສະພາ, ສອງຝ່າຍໄດ້ເນັ້ນໜັກວ່າການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ. ດັ່ງນັ້ນ, ເຫັນເອກະພາບການຮັກສາເປັນປະຈຳເພີ່ມທະວີການແບ່ງປັນບົດຮຽນປະສົບການສ້າງກົດໝາຍ, ລະບອບລະບຽບການ; ຕັ້ງໜ້າຊຸກຍູ້ການພົບປະແລກປ່ຽນລະຫວ່າງບັນດາກຳມາທິການດ້ວຍຮູບແບບເຊິ່ງໜ້າ ແລະ ທາງໄກ; ເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດໃນການປະສານສົມທົບກັນຕິດຕາມກວດກາການປະຕິບັດບັນດາຂໍ້ຜູກມັດໃນສັນຍາສາກົນ, ຂໍ້ຕົກລົງຮ່ວມມືຂອງລັດຖະບານ, ສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມດ້ານນິຕິກຳທີ່ສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ, ສືບຕໍ່ປະສານສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາໃນພາກພື້ນ ແລະ ໂລກ.