ຂ່າວສານ ຫວຽດນາມ ສົ່ງອອກເຂົ້າສານຕ້ອງຄ້ຳປະກັນດ້ານສະບຽງອາຫານ 22/04/2020 ເປັນປະທານກອງປະຊຸມກັບບາງກະຊວງ, ຂະແໜງການຂັ້ນສູນກາງໃນຕອນບ່າຍວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ຮຽກຮ້ອງໃຫ້ເບີກເຂົ້າສານກ່ອນ 100.000 ໂຕນໂດຍຫັກຈາກປະລິມານການສົ່ງອອກທີ່ໄດ້ກຳນົດໄວ້ໃນເດືອນ ພຶດສະພາ 2020 ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ (ພາບ: VGP) ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ເນັ້ນໜັກວ່າ ເລື່ອງຄ້ຳປະກັນດ້ານສະບຽງອາຫານແມ່ນບັນຫາຍຸດທະສາດ, ສຳຄັນທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນໃນສະພາບການໂລກລະບາດໂຄວິດ-19 ແລະ ການປ່ຽນແປງຂອງດິນຟ້າອາກາດ ພວມຜັນແປຢ່າງສັບສົນທີ່ສຸດຄືປັດຈຸບັນ. ດັ່ງນັ້ນ, ເລື່ອງສົ່ງອອກເຂົ້າສານໃນສະພາບການປັດຈຸບັນ ຕ້ອງໄດ້ຮັບການພິຈາລະນາຢ່າງລອບຄອບຖີ່ຖ້ວນ. (ແຫຼ່ງຄັດຈາກ VOV)

ເປັນປະທານກອງປະຊຸມກັບບາງກະຊວງ, ຂະແໜງການຂັ້ນສູນກາງໃນຕອນບ່າຍວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ຮຽກຮ້ອງໃຫ້ເບີກເຂົ້າສານກ່ອນ 100.000 ໂຕນໂດຍຫັກຈາກປະລິມານການສົ່ງອອກທີ່ໄດ້ກຳນົດໄວ້ໃນເດືອນ ພຶດສະພາ 2020 ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ (ພາບ: VGP) ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ເນັ້ນໜັກວ່າ ເລື່ອງຄ້ຳປະກັນດ້ານສະບຽງອາຫານແມ່ນບັນຫາຍຸດທະສາດ, ສຳຄັນທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນໃນສະພາບການໂລກລະບາດໂຄວິດ-19 ແລະ ການປ່ຽນແປງຂອງດິນຟ້າອາກາດ ພວມຜັນແປຢ່າງສັບສົນທີ່ສຸດຄືປັດຈຸບັນ. ດັ່ງນັ້ນ, ເລື່ອງສົ່ງອອກເຂົ້າສານໃນສະພາບການປັດຈຸບັນ ຕ້ອງໄດ້ຮັບການພິຈາລະນາຢ່າງລອບຄອບຖີ່ຖ້ວນ. (ແຫຼ່ງຄັດຈາກ VOV)