ທ່ານລັດຖະມົນຕີ ເລຮວ່າຍຈຸງ ຕີລາຄາສູງບົດບາດເປັນປະທານ, ບໍລິຫານຢ່າງເປັນເຈົ້າການ ແລະ ມີບັນດາການປະກອບສ່ວນສຳຄັນຂອງ ຟີລິບປິນ ໃນຖານະຕຳແໜ່ງປະທານ ອາຊຽນ 2026
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Theresa Lazaro, ລັດຖະມົນຕີການຕ່າງປະເທດ ຟີລິບປິນ. (ພາບ: VNA)
ວັນທີ 23 ກໍລະກົດ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Theresa Lazaro, ລັດຖະມົນຕີການຕ່າງປະເທດ ຟີລິບປິນ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ທ່ານລັດຖະມົນຕີ ເລຮວ່າຍຈຸງ ຕີລາຄາສູງບົດບາດເປັນປະທານ, ບໍລິຫານຢ່າງເປັນເຈົ້າການ ແລະ ມີບັນດາການປະກອບສ່ວນສຳຄັນຂອງ ຟີລິບປິນ ໃນຖານະຕຳແໜ່ງປະທານ ອາຊຽນ 2026; ພິເສດແມ່ນບັນດາຄວາມມານະພະຍາຍາມຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ການກຳນົດທິດການເຂົ້າເຖິງລວມຂອງ ອາຊຽນ ຕໍ່ກັບສະພາບການຜັນແປທີ່ສັບສົນຂອງພາກພື້ນ ແລະ ສາກົນ, ໃນນັ້ນມີເລື່ອງ ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບສະພາບການຢູ່ຕາເວັນອອກກາງ. ທ່ານຢືນຢັນວ່າ ຫວຽດນາມ ຈະສືບຕໍ່ສົມທົບກັນກັບ ຟີລິບປິນ ຮັບດຳລົງຕຳແໜ່ງປະທານ ອາຊຽນ 2026 ໃຫ້ບັນລຸຜົນສຳເລັດ.
ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີຄວາມໄວ້ເຊື້ອເຊື່ອໃຈ ແລະ ການສ້າງສັນລະຫວ່າງ 2 ປະເທດ; ພ້ອມກັນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ເຄົາລົບກົດໝາຍສາກົນ ແລະ ປັບປຸງບົດບາດໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນ.