ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນການຈັດຕັ້ງ, ບໍລິຫານ, ການສົມທົບກັນ ລະຫວ່າງບັນດາອົງການ ແລະ ການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃໝ່.
ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)
ຕອນເຊົ້າວັນທີ 01 ຕຸລາ, ທີ່ ຮ່າໂນ້ຍ, ຄະນະເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ ອາເມລິກາ ໄດ້ຈັດກອງປະຊຸມສຳມະນາ “ກະກຽມໃຫ້ປີ APEC 2027: ຍົກສູງກຳລັງຄວາມສາມາດໃນການຈັດຕັ້ງ ແລະ ສົມທົບກັນ”. ການເຄື່ອນໄຫວຄັ້ງນີ້ ສຸມໃສ່ວຽກງານຈັດຕັ້ງ, ບໍລິຫານ ແລະ ການປະສານສົມທົບ, ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ, ບັນດາອະນຸກຳມະການ APEC 2027 ແລະ ບັນດາທ້ອງຖິ່ນ, ພ້ອມກັບການຮ່ວມເດີນທາງຂອງ ຄະນະເລຂາ APEC ສາກົນ ແລະ ບັນດາຄູ່ຮ່ວມມື.
ທີ່ກອງປະຊຸມສຳມະນາໃນວັນທີ 01 – 02 ຕຸລາ, ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນການຈັດຕັ້ງ, ບໍລິຫານ, ການສົມທົບກັນ ລະຫວ່າງບັນດາອົງການ ແລະ ການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃໝ່. ບັນດາທ້ອງຖິ່ນສຸມໃສ່ເຮັດແຈ້ງບັນດາຄຳຮຽກຮ້ອງທີ່ຈຳເປັນສຳລັບວຽກງານກະກຽມ, ຈາກນັ້ນ ກໍ່ເປັນເຈົ້າການສ້າງເນື້ອໃນທີ່ເໝາະສົມ, ໝູນໃຊ້ບັນດາການເຄື່ອນໄຫວ APEC ເພື່ອແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງ, ວັດທະນະທຳ ແລະ ຊາວທ້ອງຖິ່ນ ໄປເຖິງຜຸ້ແທນພາຍໃນປະເທດ ແລະ ສາກົນ.
ທ່ານEduardo Pedrosa, ຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ APEC ສາກົນ (ພາບ: VNA)
ຕາມ ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ການເປັນເຈົ້າພາບປີ APEC 2027 ແມ່ນໜ້າທີ່ການຕ່າງປະເທດຈຸດສຸມຂອງ ຫວຽດນາມ ແຕ່ນີ້ຮອດປີ 2030, ເຊິ່ງຮຽກຮ້ອງໃຫ້ວຽກງານກະກຽມ ແລະ ຈັດຕັ້ງ ຕ້ອງສົມກັບຄວາມໝາຍ, ຂອບຂະໜາດຂອງເຫດການ. ທ່ານກ່າວວ່າ:
ພວກຂ້າພະເຈົ້າໄດ້ສົມທົບກັບຄະນະເລຂາ APEC ສາກົນ, ກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ. ເຂົາເຈົ້າຕັ້ງຫວັງວ່າ ອີກເທື່ອໜຶ່ງ ຫວຽດນາມ ຈະສະແດງໃຫ້ເຫັນບົດບາດນຳພາ ແລະ ກໍ່ຕີລາຄາ ຫວຽດນາມ ແມ່ນສະມາຊິກທີ່ມີຜົນສະທ້ອນໃນ APEC ແລະ ເປັນໜຶ່ງໃນສະມາຊິກຈຳນວນໜ້ອຍ ທີ່ໄດ້ເປັນເຈົ້າພາບ APEC ເຖິງ 3 ຄັ້ງ. ເຂົາເຈົ້າເຊື່ອໝັ້ນວ່າ ດ້ວຍການກະກຽມຄືແນວນັ້ນ, ດ້ວຍຄວາມຕັດສິນໃຈ ແລະ ດ້ວຍການຮ່ວມມື, ການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາປະເທດສະມາຊິກ APEC ນັ້ນ, ຫວຽດນາມ ຈະຮັບປະກັນໄດ້ ປີ APEC ທີ່ປະສົບຜົນສຳເລັດ.