ຂ່າວສານ

ຫວຽດນາມ ສືບຕໍ່ໜູນຊ່ວຍ Timor-Leste ເຂົ້າຮ່ວມການເຄື່ອນໄຫວຂອງ ອາຊຽນ ຢ່າງມີປະສິດທິຜົນ

ເລື່ອງ Timor-Leste ຈະເຂົ້າເປັນສະມາຊິກທີ 11 ຂອງ ອາຊຽນ ຢ່າງເປັນທາງການໂດຍໄວ ແມ່ນເຫດການປະຫວັດສາດ, ຢັ້ງຢືນທີ່ຕັ້ງ, ອິດທິພົນຊື່ສຽງ ແລະ ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ Timor-Leste.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste, Bendito dos Santos Freitas)

ຫວຽດນາມ ສືບຕໍ່ໜູນຊ່ວຍ Timor-Leste ເຂົ້າຮ່ວມການເຄື່ອນໄຫວຂອງ ອາຊຽນ ຢ່າງມີປະສິດທິຜົນ, ໄປທັດທຽມກັບລະດັບການພັດທະນາຂອງທົ່ວກຸ່ມ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste, Bendito dos Santos Freitas ໃນຕອນບ່າຍວັນທີ 16 ກັນຍາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ເລື່ອງ Timor-Leste ຈະເຂົ້າເປັນສະມາຊິກທີ 11 ຂອງ ອາຊຽນ ຢ່າງເປັນທາງການໂດຍໄວ ແມ່ນເຫດການປະຫວັດສາດ, ຢັ້ງຢືນທີ່ຕັ້ງ, ອິດທິພົນຊື່ສຽງ ແລະ ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ Timor-Leste. ທ່ານນາຍົກລັດຖະມົນຕີ ຫວັງວ່າ ການຮ່ວມມືດ້ານການຄ້າ - ການລົງທຶນຈະມີລະດັບເຕີບໂຕບຸກທະລຸໂດຍໄວ; ສະເໜີໃຫ້ 2 ຝ່າຍຍູ້ແຮງການເຈລະຈາບັນດາສັນຍາການຄ້າ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດສຳຄັນ, ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໂທລະຄົມມະນາຄົມ, ການສຶກສາ ແລະ ບຳລຸງສ້າງ, ພະລັງງານທົດແທນ, ເສດຖະກິດສີຂຽວ… ທ່ານກໍ່ສະເໜີໃຫ້ Timor-Leste ສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ.

ສ່ວນທ່ານລັດຖະມົນຕີ Bendito dos Santos Freitas ປາດຖະໜາວ່າ, ຫວຽດນາມ ຈະສືບຕໍ່ຮ່ວມມືກັບ Timor-Leste ໃນວິວັດການປະເທດນີ້ຫັນປ່ຽນ ແລະ ຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ, ໂດຍຜ່ານການພັດທະນາກະສິກຳ, ສິນໃນນ້ຳ, ທ່ອງທ່ຽວ… ມຸ່ງໄປເຖິງການພັດທະນາແບບຍືນຍົງ.


top