ຂ່າວສານ

ຫວຽດນາມ ສາມາດຕອບສະໜອງຄວາມອາດສາມາດສົ່ງອອກບັນດາຊຸດ kit ບົ່ງມະຕິພະຍາດຕິດແປດ, ພະຍາດເຈັບໜັກ ໄດ້ເປັນຢ່າງດີ

      ດ້ວຍການຜະລິດສຳເລັດຊຸດ kit ບົ່ງມະຕິພະຍາດໂຄວິດ - 19, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດເປັນເຈົ້າຂອງເຕັກໂນໂລຢີດັ່ງກ່າວ.
 (ພາບປະກອບ: ກະຊວງສາທາລະນະສຸກ)
      ຫວ່າງມໍ່ໆມານີ້, ຊຸດ kit ບົ່ງມະຕິພະຍາດດັ່ງກ່າວ ຂອງຫວຽດນາມ ໄດ້ຮັບການຢັ້ງຢືນວ່າບັນລຸມາດຕະຖານຄຸນນະພາບ ຈາກອົງການອະນາໄມໂລກ ແລະ ໄດ້ຮັບໃບຢັ້ງຢືນບັນລຸມາດຕະຖານເອີຣົບ ຈາກ ລາຊະອານາຈັກອັງກິດ ພ້ອມທັງໄດ້ຮັບໃບຢັ້ງຢືນໃຫ້ນຳໃຊ້ຊຸດ kit ດັ່ງກ່າວ, ທ່ານ ສາດສະດາຈານ, ປະລິນຍາເອກ ເລແບັກກວາງ ຖືວ່າ ຊຸດ kit ບົ່ງມະຕິພະຍາດໂຄວິດ - 19 ຂອງຫວຽດນາມ ຈະສົ່ງອອກໄປຍັງບັນດາປະເທດໃນໂລກໄດ້ຢ່າງງ່າຍດາຍ, ແລະໄກກວ່ານັ້ນ, ຈາກຜົນສຳເລັດດັ່ງກ່າວ, ຍັງເປີດກາລະໂອກາດໃຫ້ບັນດາຜະລິດຕະພັນຢາຊີວະພາບບົ່ງມະຕິພະຍາດອື່ນໆດ້ວຍ “made in Vietnam”  ໄປຍັງຕະຫຼາດສາກົນ ອີກດ້ວຍ.
           ເລື່ອງຫວຽດນາມ ໄດ້ຮັບການຕີລາຄາສູງຕໍ່ຊຸດ kit ດັ່ງກ່າວເປັນການໄດ້ສະແດງໃຫ້ເຫັນວ່າ ລະດັບຄົ້ນຄວ້າຂອງຫວຽດນາມກໍບໍ່ໜ້ອຍໜ້າກວ່າບັນດາປະເທດພັດທະນາ. ສິ່ງດັ່ງກ່າວກໍສະແດງໃຫ້ເຫັນວ່າ, ຖ້າຫາກວ່າພວກເຮົາມີການປະສົມປະສານລະຫວ່າງບັນດານັກວິທະຍາສາດກັບ ຜູ້ຄຸ້ມຄອງ ແລະ ວິສາຫະກິດ ພວກເຮົາມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອສົ່ງອອກບັນດາຊຸດຢາຊີວະພາບ ຊ່ວຍບົ່ງມະຕິພະຍາດຕ່າງໆໄດ້ຢ່າງວ່ອງໄວ”.
 (ແຫຼ່ງຄັດຈາກ VOV)
 


top