ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນຄືໃນນັ້ນ, ໃນວັນທີ 13 ເມສາ, ຢູ່ນິວຢອກ, ປະເທດ ອາເມລິກາ, ໃນການຕ້ອນຮັບທ່ານນາງ Greta Gunnarsdottir, ຜູ້ອຳນວຍການອົງການຊ່ວຍບັນເທົາທຸກ ແລະ ວຽກເຮັດງານທຳໃຫ້ຊາວລີ້ໄພ ປາແລດສະຕິນ ຢູ່ເຂດຕາເວັນອອກໃກ້ຂອງສປຊ (UNRWA).
ທ່ານນາງ Greta Gunnarsdottir ແລະ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ
ຫວຽດນາມ ກ່າວປະນາມທຸກໆການກະທຳໃຊ້ຄວາມຮຸນແຮງ ແນໃສ່ສາມັນຊົນ, ສະໜັບສະໜູນບັນດາຄວາມມານະພະຍາຍາມ ສາກົນເພື່ອແນໃສ່ບັນລຸຂໍ້ຕົກລົງຢຸດຍິງແບບຍືນຍົງ ແລະ ຍາວນານ ກໍ່ຄືສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳຢູ່ເຂດເກີດການປະທະກັນ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນຄືໃນນັ້ນ, ໃນວັນທີ 13 ເມສາ, ຢູ່ນິວຢອກ, ປະເທດ ອາເມລິກາ, ໃນການຕ້ອນຮັບທ່ານນາງ Greta Gunnarsdottir, ຜູ້ອຳນວຍການອົງການຊ່ວຍບັນເທົາທຸກ ແລະ ວຽກເຮັດງານທຳໃຫ້ຊາວລີ້ໄພ ປາແລດສະຕິນ ຢູ່ເຂດຕາເວັນອອກໃກ້ຂອງສປຊ (UNRWA).
ທ່ານເອກອັກຄະລັດຖະທູດ ດັັ້ງຮ່ວາງຢາງ ກໍ່ຢັ້ງຢືນນ້ຳໃຈສາມັກຄີຂອງ ຫວຽດນາມ ສຳລັບປະຊາຊົນ ປາແລດສະຕິນ; ສະແດງຄວາມວິຕົກວັງວົນກ່ຽວກັບສະພາບຄວາມເຄັ່່ງຕຶງແກ່ຍາວ ແລະ ວິນາດສະກຳມະນຸດສະທຳຢູ່ເຂດ ກາຊາ. ຫົວໜ້າຄະນະ ຫວຽດນາມ ຕີລາຄາສູງບົດບາດຂອງ ສປຊ ເວົ້າລວມ ແລະ ອົງການ UNRWA ເວົ້າສະເພາະ ໃນການຊຸກຍູ້ ແລະ ປະຕິບັດບັນດາຄວາມມານະພະຍາຍາມຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນ ປາແລດສະຕິນ.
ສ່ວນທ່ານນາງ Greta Gunnarsdottir ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງລັດຖະບານ ຫວຽດນາມ ໄດ້ປະກອບຈຳນວນເງິນ 500.000 ໂດລາສະຫະລັດ ເພື່ອໜູນຊ່ວຍມະນຸດສະທຳຮີບດ່ວນໃຫ້ແກ່ປະຊາຊົນ ປາແລດສະຕິນ ໂດຍຜ່ານອົງການ UNRWA. ທ່ານນາງ Greta Gunnarsdottir ປາດຖະໜາວ່າ ລັດຖະບານ ຫວຽດນາມ ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳ ແລະ ພ້ອມກັນຊຸກຍູ້ການຢຸດຍິງຢູ່ເຂດກາຊາ.