ຂ່າວສານ

ຫວຽດນາມ ສະໜັບສະໜູນສະຫະປະຊາຊາດຮັກສາບົດບາດໃຈກາງໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ

ທ່ານນາງຮອງປະທານປະເທດກໍ່ສະເໜີໃຫ້ 2 ຝ່າຍສ້າງຂອບຍຸດທະສາດການຮ່ວມມືພັດທະນາແບບຍືນຍົງໄລຍະ 2027 – 2031 ໃຫ້ສຳເລັດໂດຍໄວ
ທ່ານນາງ ວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພົບປະກັບທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ (ພາບ: VNA)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ສະ​ຫະ​ປະ​ຊາ​ຊາດ​ຮັກ​ສາ​ບົດ​ບາດ​ໃຈ​ກາງ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ໝາຍ​ສາ​ກົນ, ພ້ອມ​ກັນ​ນັ້ນ, ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາ​ມ​ປັບ​ປຸງ​ລະ​ບົບ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ແຮງ ຕາມ​ທິດ​ກະ​ທັດ​ລັດ, ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາງ ວໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປ​ະ​ເທດ ຫວຽດ​ນາມ ໄດ້​ຢືນ​ຢັນ​ຄື​ແນວນັ້ນ​ທີ່​ການ​ພົບ​ປະ​ກັບ​ທ່ານ António Guterres, ເລ​ຂາ​ທິ​ການ​ໃຫຍ​່​ສະ​ຫະ​ປະ​ຊາ​ຊາດ ຈັດ​ຂຶ້ຶ້​ນ​ໃນ​ຕອນ​ບ່າຍ​ວັນ​ທີ 01 ກັນ​ຍາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ​​ອົງ​ການ​ຮ່ວມ​ມື ຊຽງ​ໄຮ ເປີດກວ້າງ (SCO plus) ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ສິງ​ຫາ ແລະ 01 ກັນ​ຍາ, ຢູ່​ນະ​ຄອນ​ຫຼວງ Bishkek, Kyrgyzstan.

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດກໍ່​ສະ​ເໜີ​ໃຫ້ 2 ຝ່າຍ​ສ້າງ​ຂອບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄລ​ຍະ 2027 – 2031 ໃຫ້​ສຳ​ເລັດ​ໂດ​ຍ​ໄວ ແລະ ຢືນ​ຢັນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ, ໜູນ​ຊ່ວຍ​ຖ້າ​ຫາກ ສະ​ຫະ​ປະ​ຊາ​ຊາດ​ມີ​ຄວາມ​ຕ້ອງ​ການ​ສ້າງ​ຕັ້​ງ​ສຳ​ນັກ​ງານ, ອົງ​ການ​ຢູ່ ຫວຽດ​ນາມ ຕື່ມ​ອີກ. ພ້ອມ​ກັນ​ນັ້ນ, ທ່ານ​ນາງກໍ່​ສະ​ເໜີ​ໃຫ້​ສະ​ຫະ​ປະ​ຊາ​ຊາດ​ສືບ​ຕໍ່​ໜູນ​ຊ່ວຍ​ ຫວຽດ​ນາມ ໃນ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ, ເພີ່ມ​ທະ​ວີ​ການ​ສຳ​ພັດ​ກັບ​ບັນ​ດາ​ແຫຼ່ງ​ການ​ເງິນ​ສີ​ຂຽວ ແລະ ຍູ້​ແຮງວິ​ວັດ​ການ​ຫັນ​ປ່ຽນ​ພະ​ລັງ​ງານ​ຢ່າງ​ຍຸ​ຕິ​ທຳ ແນ​ໃສ່​ໜູນ​ຊ່ວຍ ຫວຽດ​ນາມ ປະ​ຕິ​ບັດ​ເປົ້າ​ໝາຍ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ 2 ຕົວ​ເລກ, ສູ້​ຊົນ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ໃນ​ປີ 2045.

ສ່ວນ​ທ່ານເລ​ຂາ​ທິ​ການ​ໃຫຍ່ ​António Guterres, ​ຢືນ​ຢັນ​ວ່າ ສະ​ຫະ​ປະ​ຊາ​ຊາດ​ຈະ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ຫວຽດ​ນາມ ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ເຕີບ​ໂຕ 2 ຕົວ​ເລກ, ກໍ​ຄື​ຕັ້ງ​ໜ້າ​ໜູນ​ຊ່ວຍ ຫວຽດ​ນາມ ເພີ່ມ​​ຈຳ​ນວນ​ຊາວ ຫວຽດ​ນາມ ເຮັດ​ວຽກ​ຢູ່​ສະ​ຫະ​ປະ​ຊາ​ຊາດ.


top