ໃນສະພາບການ ລະເມີດຊັບສິນທາງປັນຍາ ມີທ່າອ່ຽງຜັນແປ ຢ່າງຊັບຊ້ອນ ແລະ ທັນສະໄໝ ຫຼາຍຂຶ້ນເລື້ອຍໆ ດ້ວຍຫຼາຍຮູບແບບ, ຄືກັບຫຼາຍປະເທດໃນໂລກ, ຫວຽດນາມ ເດັດດ່ຽວຕ້ານ ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາການ ລະເມີດຊັບສິນທາງປັນຍາ. ນີ້ທັງ ແມ່ນບຸລິມະສິດສູງ, ທັງແມ່ນແຜນນະໂຍບາຍ ແລະ ນະໂຍບາຍ ທີ່ ສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແນໃສ່ສ້າງສະ ພາບແວດລ້ອມແຫ່ງການດຳເນີນທຸລະກິດ ທີ່ໂປ່ງໃສ ແລະ ຫັນປ່ຽນຮູບແບບ ການເຕີບໂຕ ໂດຍ ຖືເອົາ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນ ດີຈີຕອນ ເປັນກຳລັງໜູນຕົ້ນຕໍ.
ໃນສະພາບການ ລະເມີດຊັບສິນທາງປັນຍາ ມີທ່າອ່ຽງຜັນແປ ຢ່າງຊັບຊ້ອນ ແລະ ທັນສະໄໝ ຫຼາຍຂຶ້ນເລື້ອຍໆ ດ້ວຍຫຼາຍຮູບແບບ, ຄືກັບຫຼາຍປະເທດໃນໂລກ, ຫວຽດນາມ ເດັດດ່ຽວຕ້ານ ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາການ ລະເມີດຊັບສິນທາງປັນຍາ. ນີ້ທັງ ແມ່ນບຸລິມະສິດສູງ, ທັງແມ່ນແຜນນະໂຍບາຍ ແລະ ນະໂຍບາຍ ທີ່ ສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແນໃສ່ສ້າງສະ ພາບແວດລ້ອມແຫ່ງການດຳເນີນທຸລະກິດ ທີ່ໂປ່ງໃສ ແລະ ຫັນປ່ຽນຮູບແບບ ການເຕີບໂຕ ໂດຍ ຖືເອົາ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນ ດີຈີຕອນ ເປັນກຳລັງໜູນຕົ້ນຕໍ.
ເມື່ອວັນທີ 1
ພຶດສະພາ, ໃນຕອບຄຳຖາມຂອງຂ່າວ ທ່ີຖາມເຖິງ
ປະຕິກິລິຍາ ຂອງ ຫວຽດນາມ ຕໍ່ການທ່ີ ສ ອາເມລິກາ ຈັດໃຫ້ ຫວຽດນາມ ເປັນ “ປະເທດ ທ່ີໃຫ້ບຸລິມະສິດ”
ໃນບົດລາຍງານ ການລາຄາປະຈຳປີ ກ່ຽວກັບສະພາບການປົກປ້ອງ ແລະ ການບັງຄັບ ໃຊ້ ຊັບສິນທາງປັນຍາ ໃນຂອບເຂດທົ່ວໂລກ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ຊີ້ ແຈ້ງວ່າ:
ໄລຍະຜ່ານມາ, ຫວຽດນາມ ຍາມໃດ ກໍ່ມີຄວາມມານະພະຍາຍາມ ຢ່າງສຸດຂີດ ໃນການປົກປ້ອງຊັບສິນທາງປັນຍາ, ທັງໃນການປັບປຸງ ລະບົບກົດລະບຽບໃຫ້ສົມບູນ, ຍົກສູງຄວາມຮັບຮູ້ຂອງປະຊາຊົນ,
ເພີ່ມທະວີການຮ່ວມມືສາກົນ ກັບອົງການຊັບສິນທາງປັນຍາໂລກ (WIPO), ສ ອາເມລິກາ ແລະ ບັນດາປະເທດ; ເດັດດ່ຽວຕ້ານ ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາການລະເມີດຊັບສິນ ທາງປັນຍາ.
ນີ້ທັງແມ່ນບຸລິມະສິດສູງ, ທັງແມ່ນແຜນນະໂຍບາຍ ແລະ ນະໂຍບາຍ ທີ່ສະເໝີຕົ້ນສະເໝີປາຍ
ຂອງ ຫວຽດນາມ ແນໃສ່ສ້າງສະ ພາບແວດລ້ອມ ແຫ່ງການດຳເນີນທຸລະກິດ ທີ່ໂປ່ງໃສ ແລະ ຫັນປ່ຽນຮູບແບບການເຕີບໂຕ
ໂດຍຖືເອົາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນ ດີຈີຕອນ ເປັນກຳລັງໜູນຕົ້ນຕໍ.
ສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍ ການປັບປຸງ ແລະ ເພີ່ມເຕີມບາງມາດຕາ
ຂອງກົດໝາຍວ່າດ້ວຍ ຊັບສິນ ທາງປັນຍາ ສະບັບປັບປຸງ ປີ 2025. ພາບ: VNA
ຊັບສິນທາງປັນຍາ ຍາມໃດກໍ່ແມ່ນບຸລິມະສິດ ໃນນະໂຍບາຍ ການພັດທະນາຂອງ ຫວຽດນາມ
ໃນສະພາບການທີ່ເສດຖະກິດໂລກ ກຳລັງຫັນປ່ຽນຢ່າງແຮງ ໄປສູ່ ຮູບແບບທີ່ອີງໃສ່ຄວາມຮູ້ ແລະ ນະວັດຕະກຳ, ຫວຽດນາມ ກຳນົດວ່າ ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ
ແລະ ການຫັນເປັນ ດີຈີຕອນ ແມ່ນສາມເສົາຄ້ຳຍຸດທະສາດ ເພື່ອເຮັດໃຫ້ ປະເທດຊາດ
ກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງ ໃນປີ 2045, ເມື່ອປະເທດຊາດ ຄົບຮອບ 100 ປີ.
ໃນທັງສາມເສົາຄ້ຳນີ້, ຊັບສິນທາງປັນຍາ ມີບົດບາດສຳຄັນທີ່ສຸດ
ຂອງຍຸດທະສາດ ນະວັດຕະກຳແຫ່ງຊາດ, ເພາະມັນບໍ່ພຽງແຕ່ແມ່ນເຄື່ອງມື
ທາງກົດໝາຍ ທີ່ສ້າງສະພາບແວດລ້ອມທີ່ໂປ່ງໃສ, ສະດວກສະບາຍເທົ່ານັ້ນ
ແຕ່ຍັງແມ່ນກຳລັງໜູນທາງດ້ານຈິດໃຈ ທີ່ຊຸກຍູ້ໃຫ້ບັນດານັກປະດິດສ້າງ, ວິສາຫະກິດ ແລະ ທົ່ວສັງຄົມ ສາມາດອຸ່ນອຽນໃຈໃນການສ້າງສັນ, ປະກອບສ່ວນ ແລະ ພັດທະນາໃຫ້ແກ່ປະເທດຊາດ.
ດັ່ງນັ້ນ, ຫວຽດນາມ ກຳລັງມານະພະຍາຍາມ ປັບປຸງກົນໄກ ນະໂຍບາຍໃຫ້ສົມບູນ, ຊຸກຍູ້ການປະຕິຮູບລະບຽບການ, ຫັນຂະບວນການຈັດການຄຳຮ້ອງໃຫ້ທັນສະໄໝ, ເພີ່ມທະວີ ການເຜີຍແຜ່ຄວາມຮູ້ ກ່ຽວກັບຊັບສິນທາງປັນຍາ, ເຮັດໃຫ້ຊັບສິນ ທາງປັນຍາ ກາຍເປັນເຄື່ອງມືທີ່ເຂັ້ມແຂງ ຊ່ວຍໃຫ້ວິສາຫະກິດ
ປົກປ້ອງຊັບສິນທາງປັນຍາ, ສ້າງເຄື່ອງໝາຍການຄ້າ, ຍົກສູງ ຂີດຄວາມສາມາດ ໃນການແຂ່ງຂັນ ແລະ ດຶງດູດການລົງທຶນ.
ຫວຽດນາມ ຮ່ວມມືກັບ WIPO ໃນວຽກງານຍົກສູງ ຂີດຄວາມ ສາມາດ ການຄຸ້ມຄອງຊັບສິນທາງປັນຍາ.
ພາບ: VNA
ຄຽງຂ້າງນັ້ນ, ຫຼາຍຂໍ້ລິເລີ່ມການຮ່ວມມືສາກົນ, ໃນນັ້ນມີ WIPO, ກຳລັງໄດ້ຮັບການຜັນຂະຫຍາຍ ແນໃສ່ຊ່ວຍໃຫ້ ຫວຽດນາມ ເຂົ້າ ເຖິງບັນດາຮູບແບບການຄຸ້ມຄອງຊັບສິນທາງປັນຍາ ທີ່ທັນສະໄໝ, ຊຸກຍູ້ການຫັນຊັບສິນທາງປັນຍາ ເປັນສິນຄ້າ ແລະ
ເປີດກວ້າງກະແສແຫ່ງການສ້າງສັນໃນທົ່ວສັງຄົມ.
ໃນຄວາມເປັນຈິງຍັງສະແດງໃຫ້ເຫັນວ່າ ຊັບສິນທາງປັນຍາ ກຳລັງ ໄດ້ ຮັບການນຳໃຊ້ ຈາກປະຊາຄົມວິສາຫະກິດ ຫວຽດນາມ ຢ່າງ ເປັນເຈົ້າການ
ນັບມື້ນັບສູງຂຶ້ນ,
ໂດຍສະເພາະແມ່ນໃນຍຸດທະສາດ ການພັດທະນາເຄື່ອງໝາຍການຄ້າ ແລະ ຂະຫຍາຍຕະຫຼາດສາ
ກົນ.
ປັດຈຸບັນ, ທົ່ວປະເທດມີເກືອບ 1 ລ້ານເຄື່ອງໝາຍການຄ້າ ທີ່ໄດ້ ຈົດທະບຽນ, ໃນນັ້ນສ່ວນຫຼາຍແມ່ນບັນດາວິສາຫະກິດ ພາຍໃນ ປະເທດ.
ຫຼາຍເຄື່ອງໝາຍການຄ້າພາຍໃນທີ່ໂດ່ງດັງ ເຊັ່ນ: Vinamilk,
Viettel, Trung Nguyen…
ໄດ້ຈົດທະບຽນ ຊັບສິນທາງປັນຍາ ຢູ່ ບັນດາຕະຫຼາດສາກົນ ເຊັ່ນ: ສ ອາເມລິກາ,
EU, ຍີ່ປຸ່ນ ເພື່ອຂະຫຍາຍການດຳເນີນທຸລະກິດ ແລະ ປ້ອງກັນ ການເກີດຂໍ້ຂັດແຍ່ງ.
ການນຳໃຊ້ ສິດຊັບສິນທາງປັນຍາ ຢ່າງມີປະສິດທິພາບເຊັ່ນ: ເຄື່ອງໝາຍການຄ້າ, ການຊີ້ບອກແຫຼ່ງກຳເນີດທາງພູມສາດ, ຮູບແບບ ອຸດສາຫະກຳ…
ບໍ່ພຽງແຕ່ປະກອບສ່ວນ ຍົກສູງຄຸນຄ່າ ຂອງ ຜະລິດຕະພັນເທົ່ານັ້ນ, ແຕ່ຍັງຊ່ວຍປົກປ້ອງແຫຼ່ງກຳເນີດ, ຊື່ສຽງ, ເອກະລັກ ຂອງ ວິສາຫະກິດ ແລະ ທ້ອງຖິ່ນ ໃນສະພາບການ ຫັນເປັນໂລກາພິວັດ.
ກ່ຽວກັບການຮ່ວມມືດ້ານຊັບສິນທາງປັນຍາ ຄັ້ງທີ 78 (AWGIPC 78) ຢູ່ ບາຫຼີ
(ອິນໂດເນເຊຍ) ແນໃສ່ຕີລາຄາ ຜົນການຮ່ວມມື ດ້ານ ຊັບສິນທາງປັນຍາ ໃນໄລຍະຜ່ານມາ ແລະ
ກຳນົດຍຸດທະສາດໃໝ່ ສຳລັບໄລຍະ 2026-2030. ພາບ: ໂດ໊ກວຽນ-VNA
ປັບປຸງລະບຽບການ ຢ່າງບໍ່ຢຸດຢັ້ງ, ຍົກສູງປະສິດທິຜົນການບັງຄັບໃຊ້
ໄລຍະຜ່ານມາ, ລະບົບກົດໝາຍວ່າດ້ວຍ ຊັບສິນທາງປັນຍາຂອງ ຫວຽດນາມ ໄດ້ມີບາດກ້າວພັດທະນາ ຢ່າງເດັ່ນຊັດ. ກົດໝາຍວ່າ ດ້ວຍ ຊັບສິນທາງປັນຍາ ປີ 2005 ແມ່ນພື້ນຖານ ທາງກົດໝາຍ
ທີ່ສຳຄັນ, ເປັນຄັ້ງທຳອິດ ທີ່ໄດ້ສ້າງຕັ້ງຂອບເຂດ ທີ່ຂ້ອນຂ້າງຄົບ
ຖ້ວນ ສຳລັບການກຳນົດ, ການປົກປ້ອງ ແລະ ການບັງຄັບໃຊ້ ສິດ ຊັບສິນທາງປັນຍາ.
ນັບແຕ່ນັ້ນມາເຖິງປັດຈຸບັນ, ກົດໝາຍສະບັບນີ້ ໄດ້ຮັບການ ປັບປຸງ ແລະ ເພີ່ມເຕີມຫຼາຍຄັ້ງ ໃນປີ 2009, 2019, 2022 ແລະ ຫຼ້າສຸດ ແມ່ນປີ 2025. ການປັບປຸງແຕ່ລະຄັ້ງ ແມ່ນລ້ວນແຕ່ ຕາມທິດ ຫຍັບເຂົ້າໃກ້ກັບມາດຕະຖານສາກົນ, ທັງສະທ້ອນ
ໃຫ້ເຫັນເຖິງ ການປ່ຽນແປງ ຢ່າງວ່ອງໄວ ຂອງ ສະພາບແວດລ້ອມເສດຖະກິດ ແລະ ເຕັກໂນໂລຊີ.
ຫວຽດນາມ ເພີ່ມທະວີການເຜີຍແຜ່ຄວາມຮູ້ ກ່ຽວກັບການປົກປ້ອງ ແລະ ການບັງຄັບໃຊ້ສິດຊັບສິນທາງປັນຍາ
ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ພາບ: VNA
ກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ ປີ 2025
ໄດ້ ຮັບການຕີລາຄາວ່າ ແມ່ນບາດກ້າວບຸກທະລຸ ທີ່ສຳຄັນ ເມື່ອສຸມໃສ່ ການປະຕິຮູບລະບຽບການບໍລິຫານ
ແລະ ຊຸກຍູ້ ການຫັນເປັນ ດີຈີຕອນ.
ດ້ວຍເຫດນີ້, ໄລຍະເວລາໃນການຈັດການ ຄຳຮ້ອງຂໍ ຊັບສິນ ອຸດສາຫະກຳ ໄດ້ຮັບການສັ້ນລົງຫຼາຍ. ໂດຍສະເພາະ, ກົດໝາຍໄດ້ ເພີ່ມເຕີມ ກົນໄກການກວດກາເນື້ອໃນຄຳຮ້ອງ ຈົດທະບຽນສິດບັດ ແລະ ເຄື່ອງໝາຍການຄ້າຢ່າງວ່ອງໄວ ພາຍໃນກຳນົດ ເວລາພຽງ 3 ເດືອນ ສຳລັບບາງກໍລະນີ, ເຊິ່ງແມ່ນກົນໄກ ທີ່ມີບໍ່ຫຼາຍປະເທດນຳໃຊ້.
ຈຸດທີ່ໜ້າສົນໃຈ ອີກອັນໜຶ່ງ ໃນກົດໝາຍສະບັບປັບປຸງ ປີ 2025 ແມ່ນການເປີດກວ້າງຂອບເຂດການປົກປ້ອງ
ໄປສູ່ ເປົ້າໝາຍໃໝ່ໆ, ລວມທັງຜະລິດຕະພັນ ທີ່ບໍ່ແມ່ນວັດຖຸ
ເຊັ່ນ: ຮູບແບບ ກຣາຟິກ (GUI), ສັນຍະລັກ ດີຈີຕອນ ຫຼື
ຮູບແບບຂອງພາກສ່ວນ ທີ່ບໍ່ສາມາດ ແຍກອອກຈາກ ຜະລິດຕະພັນໄດ້. ທີ່ໜ້າສົນໃຈກວ່ານັ້ນ,
ເປັນຄັ້ງທຳອິດ ທີ່ບັນຫາ ທີ່ກ່ຽວຂ້ອງເຖິງ ປັນຍາປະດິດ (AI) ໄດ້ ຖືກ ລະບຸໄວ້ ຢ່າງຈະແຈ້ງໃນກົດໝາຍ.
ຄຽງຄູ່ກັບວຽກງານໂຄສະນາເຜີຍແຜ່, ຫວຽດນາມ ຍັງໄດ້ຊຸກຍູ້ ວຽກງານການກວດກາ, ຄວບຄຸມ ແລະ ຈັດການຢ່າງເຂັ້ມງວດ ຕໍ່ ບັນດາການກະທຳສໍ້ໂກງ ທາງການຄ້າ,
ລະເມີດສິດຊັບສິນ ທາງ ປັນຍາ. ພາບ: VNA
ຄຽງຄູ່ກັບການປັບປຸງລະບຽບການ ໃຫ້ສົມບູນ,
ຫວຽດນາມ ຍັງໄດ້ ຊຸກຍູ້ ວຽກງານການບັງຄັບໃຊ້ສິດຊັບສິນທາງປັນຍາ. ບັນດາອົງ
ການຈັດຕັ້ງ ທີ່ກ່ຽວຂ້ອງ ແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ເພີ່ມທະວີ ການກວດກາ, ຕິດຕາມ ແລະ ຈັດການ ການລະເມີດ, ໂດຍສະເພາະແມ່ນໃນຂົງເຂດທີ່ອ່ອນໄຫວເຊັ່ນ:
ການຄ້າທາງ ເອເລັກໂຕຣນິກ, ສິນຄ້າປອມ ແລະ ສິນຄ້າຮຽນແບບ.
ທີ່ໜ້າສັງເກດ, ຫວຽດນາມ ໄດ້ສ້າງຕັ້ງສານສະເພາະກິດ ກ່ຽວກັບ ຊັບສິນທາງປັນຍາ ຢູ່ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ປະກອບສ່ວນຍົກສູງລັກສະນະວິຊາສະເພາະ
ແລະ ປະສິດທິຜົນ ໃນການແກ້ໄຂຂໍ້ຂັດແຍ່ງ.
ອີງຕາມການເພີ່ມເຕີມ ບັນດາມາດຕະການລົງໂທດທາງແພ່ງ, ກົດໝາຍສະບັບປັບປຸງ ປີ 2025
ອະນຸຍາດໃຫ້ສານນຳໃຊ້ ບັນດາມາດຕະການທີ່ເຂັ້ມງວດ ເຊັ່ນ: ບັງຄັບໃຫ້ຖອນອອກ, ສະກັດກັ້ນການເຂົ້າເຖິງເນື້ອໃນທີ່ລະເມີດ ຢູ່ໃນໂລກອອນລາຍ ຫຼື ປິດໃຊ້ງານບັນຊີ ແລະ ແອັບພລິເຄຊັນ ທີ່ກ່ຽວຂ້ອງໄວ້ຊົ່ວຄາວ.
ບັນດາຄວາມມານະພະຍາຍາມ ກ່ຽວກັບການປະຕິຮູບ ລະບຽບ ການ ແລະ ການບັງຄັບໃຊ້ສິດຊັບສິນທາງປັນຍາ ໃນໄລຍະຜ່ານ ມາ ໄດ້ຮັບຜົນທີ່ຕັ້ງໜ້າ. ໃນໄລຍະ 2021-2025, ຫວຽດນາມ ໄດ້ຮັບຄຳຮ້ອງຈົດທະບຽນ ຊັບສິນອຸດສາຫະກຳຫຼາຍກວ່າ 423.000 ສະບັບ,
ເພີ່ມຂຶ້ນກວ່າ 26% ເມື່ອທຽບໃສ່ໄລຍະ ກ່ອນໜ້ານີ້.
ຈຳນວນຄຳຮ້ອງ ທີ່ໄດ້ຮັບການຈັດການມີຫຼາຍກວ່າ 436.000 ສະບັບ,
ເພີ່ມຂຶ້ນເກືອບ 70%, ໃນຂະນະທີ່ຈຳນວນ ໃບຢັ້ງຢືນການປົກປ້ອງ
ທີ່ໄດ້ຮັບການອອກໃຫ້ແມ່ນເກີນ 255.000 ສະບັບ, ເພີ່ມຂຶ້ນກວ່າ 55%. ສະເພາະໃນປີ 2025, ຫວຽດນາມ ໄດ້ຈັດການຄຳຮ້ອງ ຈົດທະບຽນ ຊັບສິນອຸດສາຫະກຳ ຫຼາຍກວ່າ 250.000
ສະບັບ ແລະ ອອກໃບຢັ້ງຢືນການປົກປ້ອງຫຼາຍກວ່າ 83.000 ສະບັບ. ໃນນັ້ນ, ຈຳນວນຄຳຮ້ອງຈົດທະບຽນສິດບັດ ພາຍໃນປະເທດເພີ່ມຂຶ້ນ
36%, ສ່ວນຈຳນວນໃບຢັ້ງຢືນ ທີ່ໄດ້ຮັບການອອກໃຫ້ ເພີ່ມຂຶ້ນ ກວ່າ
134%. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການບັງຄັບໃຊ້ສິດ ຊັບສິນທາງປັນຍາ
ຂອງ ຫວຽດນາມ ກຳລັງມີການຫັນປ່ຽນ ຢ່າງຕັ້ງໜ້າທີ່ສຸດ.
ບັນດາຜະລິດຕະພັນສໍ້ໂກງທາງການຄ້າ, ລະເມີດລິຂະສິດ, ສິດ ຊັບສິນທາງປັນຍາ ໄດ້ຖືກວາງສະແດງຢ່າງເປີດເຜີຍ ເພື່ອໃຫ້ ປະຊາຊົນ ແລະ ວິສາຫະກິດ ສາມາດກຳແໜ້ນໄດ້ຢ່າງທັນການ. ພາບ: VNA
ໃນຕົວຈິງສະແດງໃຫ້ເຫັນວ່າ ການລະເມີດ ສິດຊັບສິນທາງປັນຍາ ເປັນບັນຫາທ່ີຊັບຊ້ອນ ດ້ວຍຫຼາຍວິທີ ທ່ີຊັບຊ້ອນ
ເພີ່ມຂຶ້ນເລື້ອຍໆ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນສິ່ງ ທ້າທາຍລວມ,
ບໍ່ພຽງແຕ່ສະເພາະຢູ່ ຫວຽດນາມ ເທົ່ານັ້ນ, ແຕ່ຍັງ ແມ່ນຢູ່ໃນພາກພື້ນ
ແລະ ໃນທົ່ວໂລກ ອີກດ້ວຍ. ສິ່ງທີ່ຄວນຮັບຮູ້ ແມ່ນ ຫວຽດນາມ ຍາມໃດກໍ່ມີ ແຜນນະໂຍບາຍເດັດດ່ຽວຕ້ານ
ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາການ ລະເມີດຊັບສິນ ທາງປັນຍາ; ລະບຽບການ ແລະ ນະໂຍບາຍກ່ຽວ ກັບ ຊັບສິນທາງປັນຍາ ຂອງ ຫວຽດນາມ ກຳລັງ ໄດ້ຮັບການປັບປຸງ
ໃຫ້ສົມບູນຂຶ້ນເລື້ອຍໆ; ຂີດຄວາມສາມາດ ໃນການ ຈັດການ ແລະ
ການບັງຄັບໃຊ້ ກໍ່ໄດ້ ຮັບການຍົກສູງຂຶ້ນ, ປະກອບສ່ວນປົກປ້ອງ ສິດ
ແລະ ຜົນປະໂຫຍດ ທີ່ຊອບດ້ວຍກົດໝາຍ ຂອງ ບັນດາເຈົ້າກຳມະສິດ ແລະ ສ້າງພື້ນຖານ ເພື່ອຍົກສູງຂີດຄວາມສາມາດ
ໃນ ການແຂ່ງຂັນຂອງຊາດ, ກ້າວໄປສູ່ຮູບແບບການເຕີບໂຕ ທີ່ໂປ່ງໃສ,
ຍືນຍົງ, ສອດຄ່ອງ ກັບບັນດາມາດຕະຖານສາກົນ.