ຂ່າວສານ

ຫວຽດນາມ ສະແດງໃຫ້ເຫັນບົດບາດ, ໜ້າທີ່ຄວາມຮັບຜິດຊອບເພື່ອສັນຕິພາບໂລກ

ເລື່ອງ ຫວຽດນາມ ກາຍເປັນສະມາຊິກກໍ່ຕັ້ງສະພາສັນຕິພາບເຂດ ກາຊາ ໄດ້ສະແດງໃຫ້ເຫັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: mofa.gov.vn)

 ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່, ຈັດຂຶ້ນໃນຕອນບ່າຍວັນທີ 29 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ, ເລື່ອງ ຫວຽດນາມ ກາຍເປັນສະມາຊິກກໍ່ຕັ້ງສະພາສັນຕິພາບເຂດ ກາຊາ ໄດ້ສະແດງໃຫ້ເຫັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນ ແລະ ຍາມໃດກໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ, ມຸ່ງໄປເຖິງການແກ້ໄຂການປະທະກັນເວົ້າລວມ, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ:

        “ຫວຽດນາມ ຈະຕັ້ງໜ້າສົມທົບກັບບັນດາສະມາຊິກຂອງສະພາສັນຕິພາບ ໃນການຜັນຂະຫຍາຍແຜນການສັນຕິພາບ ແລະ ຜ່ານນັ້ນກໍ່ຈະຢຸດຕິການປະທະກັນຢູ່ເຂດ ກາຊາ, ຊຸກຍູ້ສັນຕິພາບແບບຍືນຍົງຢູ່ພາກພື້ນ ຕາເວັນອອກກາງ ບົນພື້ນຖານມາດຕະການແກ້ໄຂ 2 ລັດ ທີ່ສອດຄ່ອງກັບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ”.


top