ຂ່າວສານ

ຫວຽດນາມ ສະເໜີໃຫ້ຈີນ ສືບຕໍ່ສະໜັບສະໜູນບັນດາໂຄງການໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

      ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳອາຊຽນ ໄດ້ຊົມເຊີຍການຕັ້ງໜ້າເຂົ້າຮ່ວມຂອງຈີນ ເຂົ້າໃນບັນດາໂຄງການໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI).
(ກອງປະຊຸມຄັ້ງທີ 22 ຄະນະກຳມະການຮ່ວມມືລວມອາຊຽນ-ຈີນ (ACJCC) ທາງອອນລາຍ)
      ວັນທີ 05 ມີນາ, ຢູ່ ຈາກາກຕາ, ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 22 ຄະນະກຳມະການຮ່ວມມືລວມອາຊຽນ-ຈີນ (ACJCC) ທາງອອນລາຍ, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳອາຊຽນ ໄດ້ຊົມເຊີຍການຕັ້ງໜ້າເຂົ້າຮ່ວມຂອງຈີນ ເຂົ້າໃນບັນດາໂຄງການໃນຂອບເຂດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI). ທ່ານເອກອັກຄະລັດຖະທູດສະເໜີໃຫ້ຈີນ ສືບຕໍ່ສະໜັບສະໜູນແຜນການວຽກງານໄລຍະ 4 ຂອງ IAI ດ້ວຍບັນດາໂຄງການໃໝ່, ແທດຈິງໃນ 5 ຂົງເຂດຍຸດທະສາດແມ່ນ: ທັນຍາຫານ ແລະ ກະສິກຳ, ຫັນການຄ້າເປັນສະດວກ, ວິສາຫະກິດຈຸນລະ, ນ້ອຍ ແລະ ກາງ, ການສຶກສາ ແລະ ສາທາລະນະສຸກ.
        ທີ່ກອງປະຊຸມ, ຝ່າຍຈີນ ຖືອາຊຽນ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງຂອງຕົນ, ຢືນຢັນການສະໜັບສະໜູນອາຊຽນ ສ້າງປະຊາຄົມ ແລະ ເພີ່ມທະວີບົດບາດໃຈກາງໃນໂຄງສ້າງພາກພື້ນ. ນອກຈາກບ້ວງເງິນປະກອບ 1 ລ້ານ USD ໃຫ້ແກ່ກອງທຶນອາຊຽນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ທີ່ໄດ້ປະກາດແລ້ວ, ຈີນ ໃຫ້ຮູ້ວ່າ ຈະສະຫງວນຈຳນວນເງິນ 5 ລ້ານ USD ໃຫ້ແກ່ຂໍ້ລິເລີ່ມຮ່ວມມືດ້ານສາທາລະນະສຸກປະຊາຄົມອາຊຽນ - ຈີນ.
(ແຫຼ່ງຄັດຈາກ VOV)


top