ຂ່າວສານ

ຫວຽດນາມ-ລາວ ແບ່ງປັນບົດຮຽນປະຕິບັດການຄວບຄຸມທີ່ດິນ ຂອງ ສະພາປະຊາຊົນ


ທ່ານນາງ ຫງວຽນທິກີມເງິນ ແລະ ທ່ານນາງ ປານີ ຢາທໍ່ຕູ້
ໄດ້ເປັນ
ປະທານຮ່ວມໃນງານສຳມະນາ. ພາບ: ວັນດຽບ/VNA
      ໃນຕອນບ່ານວັນທີ 6 ກໍລະກົດ 2017, ທີ່ເມືອງ ໂມກເຈົາ, ແຂວງ ເຊີນລາ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດ ລາວ ໄດ້ເປັນປະທານຮ່ວມໃນງານສຳມະນາ ດ້ວຍຫົວ ຂໍ້: “ບົດຮຽນປະຕິບັດບົດບາດໜ້າທີ່ຕັດສິນ ແລະ ຄວບຄຸມໃນຂົງເຂດທີ່ດິນຂອງສະພາປະຊາຊົນ”.
      ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ຕ່າງໜ້າ ໃຫ້ການນຳພັກ, ລັດ ແລະ ສະພາແຫ່ງຊາດ ຫວຽດນາມ ຢືນຢັນ ວ່າ ພັກ, ລັດ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ມີການສົມທົບຢ່າງແໜ້ນແຟ້ນກັບພັກ, ລັດ ແລະ ສະພາແຫ່ງຊາດ ລາວ ໃນການສືບທອດ ແລະ ເສີມຂະຫຍາຍບັນດາບົດຮຽນ, ຜົນງານຂອງການຮ່ວມມືທີ່ສອງຝ່າຍບັນລຸໄດ້, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ ໃນໄລຍະໃໝ່.
      ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຕີລາຄາວ່າທີ່ດິນມີບົດບາດສຸດທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະປະເທດ. ໄລຍະຜ່ານມາ, ທັງປະເທດ ລາວ ແລະ ຫວຽດນາມ ໄດ້ມີການປ່ຽນແປງລະບົບການຄຸ້ມຄອງ, ນຳໃຊ້ ທີ່ດິນ. ເຖິງວ່າ ສອງປະເທດບັນລຸໄດ້ຫຼາຍຜົນງານອັນດີເດັ່ນໃນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນຍຸກໃໝ່, ລວມມີວຽກງານຄຸ້ມຄອງ, ນຳໃຊ້ ແລະ ຫັນປ່ຽນທີ່ດິນເປັນແຫຼ່ງ ທຶນເພື່ອສ້າງສາ ແລະ ພັດທະນາ, ແຕ່ສອງປະເທດກໍ່ຕ້ອງ ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນການກໍ່ສ້າງແຜນສັງລວມ, ຄຸ້ມຄອງ ແລະ ນຳໃຊ້ທີ່ດິນ. 
      ກົດໝາຍວ່າດ້ວຍທີ່ດິນຂອງ ລາວ ໄດ້ອະນຸມັດຜ່ານເທື່ອທີໜຶ່ງໃນປີ 1997 ແລະ ໄດ້ຮັບການປັບປຸງເທື່ອໜຶ່ງເມື່ອປີ 2003, ແຕ່ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຍັງບໍ່ທັນໄດ້ຮອບຄອບ ແລະ ຄົບຖ້ວນ ຍ້ອນກ່ຽວພັນເຖິງຫຼາຍບັນຫາ. ທ່ານນາງ ປານີ ຢາທໍ່ຕູ້ ໃຫ້ຮູ້ວ່າ ບັນຫາຂອງ ລາວ ກໍ່ຄ້າຍຄືຂອງ ຫວຽດນາມ ທີ່ຕ້ອງປະເຊີນໜ້າໃນເມື່ອກ່ອນ, ສະນັ້ນ ງານສຳມະນາຄັ້ງນີ້ ເປັນໂອກາດເພື່ອໃຫ້ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດພ້ອມກັບແລກປ່ຽນບົດຮຽນທີ່ດີ ເພື່ອຖອດຖອນບົດຮຽນໃນບັນຫາຄຸ້ມຄອງ ແລະ ນຳໃຊ້ທີ່ດິນ. 
      ທ່ານ ຮວ່າງວັນເຈີດ, ເລຂາຄະນະພັກແຂວງ, ປະທານສະພາ ປະຊາຊົນແຂວງ ເຊີນລາ ໃຫ້ຮູ້ວ່າ, ງານສຳມະນາຄັ້ງນີ້ ເປັນເຫດການພິເສດໜຶ່ງ, ຊ່ວຍເຮັດໃຫ້ສະພາປະຊາຊົນແຂວງ ເຊີນລາຮັບຮູ້ກ່ຽວກັບໜ້າທີ່, ອຳນາດຂອງຕົນໄດ້ເລິກເຊິ່ງກວ່າເກົ່າ. ຕາງໜ້າໃຫ້ພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ເຊີນລາ, ທ່ານ ຮວ່າງວັນເຈີດ ສະແດງຄວາມຂອບອົກ ຂອບໃຈເຖິງການນຳພັກ, ລັດ ແລະ ສະພາແຫ່ງຊາດສອງປະເທດທີ່ຈັດຕັ້ງງານສຳມະນາຢູ່ແຂວງ ເຊີນລາ ເພື່ອໃຫ້ສະພາປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງຂອງສອງປະເທດ ປະຕິບັດບົດບາດໜ້າທີ່, ອຳນາດທີ່ໄດ້ມອບໃຫ້ໄດ້ດີກວ່າເກົ່າ.
      ໃນຕອນຄຳ່ວັນດຽວກັນ, ທີ່ເມືອງ ໂມກເຈົາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ເປັນປະທານໃນງານລ້ຽງທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແລະ ສະພາແຫ່ງຊາດ ສປປ ລາວ.
ປະຕິບັດ: VNA/VNP 

top