ຂ່າວສານ

ຫວຽດນາມ - ລາວ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2026), ວັນທີ 04 ກັນຍາ, ທ່ານ ກາລະມຸງຄຸນ ສຸພານຸວົງ, ເອກອັກຄະລັດທູດ ລາວ ປະຈຳ ຝລັ່ງ ໄດ້ໄປອວຍພອນພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຝລັ່ງ.
ທ່ານເອກອັກຄະລັດຖະທູດ ກາລະມຸງຄຸນ ສຸພານຸວົງ ກ່າວ​ຄຳ​ເຫັນອວຍພອນ (ພາບ: VNA)

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອ​ງ 81 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ (02 ກັນ​ຍາ 1945 – 02 ກັນ​ຍາ 2026), ວັນ​ທີ 04 ກັນ​ຍາ, ທ່ານ ກາ​ລະມຸງຄຸນ ສຸພານຸວົງ, ເອກ​ອັກ​ຄະ​ລັດ​ທູດ ລາວ ປະ​ຈຳ ຝ​ລັ່ງ​ ໄດ້​ໄປ​ອວ​ຍ​ພອນພະ​ນັກ​ງານ, ພາ​ລະ​ກອ​ນ​ສະ​ຖານ​ທູດ ແລະ ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາລະມຸງຄຸນ ສຸພານຸວົງ, ໄດ້ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈປົກ​ຮັກ​ສາ ແລະ ເພີ່ມ​ພ​ູນ​ຄູນ​ສ້າງ​ນ້ຳ​ໃຈມິດຕະພາບ​ແບບ​ພິ​ເສດ, ຄວາມສາ​ມັກ​ຄີ ແລະ ຄວາມສະ​ໜິດ​ຕິດ​ພັນ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ກະ​ສິ​ກຳ, ນະ​ວັດ​ຕະ​ກຳ ແລະ ເຕັກ​ໂນ​ໂລ​ຊ​ີຂອງ ຫວຽດ​ນາມ, ພ້ອມ​ທັ​ງ​ເຊື່​ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງ ແລະ ນັບ​ມື້​ນັບ​ຢືນ​ຢັນ​ບົດ​ບ​າດອັນ​ສຳ​ຄັນ​ຢູ່​ພາກ​ພື້​ນ.

ສ່ວນ​ທ່ານ ຈິ້ງ​ດຶກ​ຫາຍ, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ ໃຫ້​ຮູ​້​ວ່າ ໃນ​ຫຼາ​ຍ​ປີ​ຜ່ານ​ມາ, ສະ​ຖານ​ທູດ 2 ປະ​ເທດ​ໄດ້​ຮັກ​ສາ​ມູນ​ເຊື້ອ​ພົບ​ປະ, ອວຍ​ພອນ​ໃຫ້​ແກ່​ກັນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ຂອງ​ແຕ່​ລະ​ປະ​ເທດ, ຜ່ານນັ້ນ, ກໍ່ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ຄວາມ​ສະ​ໜິດ​ຕິ​ດ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ.


top