ຂ່າວສານ

ຫວຽດນາມ-ລາວ-ກຳປູເຈຍ ເຊັນບົດບັນທຶກຮ່ວມມື ການຂົນສົ່ງດ້ວຍທາງບົກ

 
ພາບໃນພິທີເຊັນບົດບັກທຶກຊ່ວຍຈຳກ່ຽວກັບການຂົນສົ່ງດ້ວຍທາງບົກ.
ໃນວັນທີ 16-17 ມັງກອນ 2013 ທີ່ເມືອງປາກເຊ, ແຂວງ ຈຳປາສັກ (ພາກໃຕ້ຂອງລາວ) ໄດ້ໄຂກອງປະຊຸມລັດຖະມົນຕີກະຊວງການຄົມ ມະນາຄົມ ແລະ ຂົນສົ່ງຂອງ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ ກ່ຽວກັບການຮ່ວມມືດ້ານການຂົນສົ່ງດ້ວຍທາງບົກ. ຄະນະຜູ້ແທນ ຫວຽດນາມນຳໂດຍສະຫາຍ ດິງລາຖັ໋ງ, ກຳມະການ ສູນກາງພັກ, ລັດຖະມົນຕີກະຊວງການຄົມມະນາຄົມ ແລະ ຂົນສົ່ງຫວຽດນາມ.
ໃນຂອບເຂດຂອງກອງປະຊຸມດັ່ງກ່າວ, 3 ຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຂົນສົ່ງດ້ວຍທາງບົກ, ຕາມບົດບັນທຶກສະບັນນີ້ ບັນດາຍານ ພາຫະນະ ຂົນສົ່ງຂອງ 3 ປະເທດໄດ້ຮັບອະນຸຍາດໃຫ້ເຂົ້າອອກ ດ່ານຊາຍແດນ ຂອງທຸກຝ່າຍ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ, ຂຸດຄົ້ນທ່າເຮືອຂອງທຸກຝ່າຍ, ຮັບປະກັນໃຫ້ລາວ, ປະເທດທີ່ບໍ່ມີທະເລແຕ່ຍັງສາມາດອອກສູ່ ທ່າເຮືອຂອງ ຫວຽດນາມ ເພື່ອເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ຊຸກຍູ້ການຮ່ວມມືພັດທະນາເສດຖະກິດ, ສັງຄົມຂອງ ແຕ່ລະປະເທດ ແລະ ພາກພື້ນ, ເປັນຕົ້ນແມ່ນເຂດສາມຫຼ່ຽມພັດທະນາລະຫວ່າງ 3 ປະເທດ.
ນີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງກະຊວງການຄົມມະນາຄົມ ແລະ ຂົນສົ່ງ 3 ປະເທດ ຫຼັງຈາກການຄົ້ນຄວ້າ, ສຳຫຼວດ ກວດກາບັນດາເສັ້ນທາງໃນເວລາຫຼາຍປີ, ປະກອບສ່ວນເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບ ແລະ ຖານບ້ານໃກ້ເຮືອນຄຽງລະຫວ່າງ 3 ປະເທດ, ຊຸກຍູ້ການຮ່ວມມືພັດທະນາເສດຖະກິດ ແລະ ການເຊື່ອມໂຍງໃຫ້ນັບມື້ນັບມີປະສິດທິຜົນກວ່າເກົ່າ.
ບົດ ແລະ ພາບ: ຮວ່າງເຈືອງ-KPL

top