ເນື່ອງໃນໂອກາດນີ້, 2 ຝ່າຍກໍ່ໍ່ໄດ້ລົງນາມ ແລະ ມອບ-ຮັບແຜນການຮ່ວມມືໃນຂົງເຂດທະເລ ໄລຍະ 2026 – 2030 ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະພາທະເລສະຫະພັນ ລັດເຊຍ.
ທີ່ກອງປະຊຸມ (ພາບ: qdnd.vn/)
ໃນຂອບເຂດການໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ວັນທີ 22 ພຶດສະພາ, ຢູ່ນະຄອນຫຼວງ ມົດສະກູ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນເອກ Nikolai Patrushev, ຜູ້ຊ່ວຍວຽກປະທານາທິບໍດີສະຫະພັນ ລັດເຊຍ, ເປັນປະທານວາລະທາບທາມຄວາມເຫັນຄັ້ງທີ 2 ໃນຂົງເຂດທະເລລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ປາດຖະໜາຢາກສືບຕໍໍ່ຊຸກຍູ້ການພົວພັນຮ່ວມມືກັບສະພາທະເລສະຫະພັນ ລັດເຊຍ ຕາມທິດນັບມື້ນັບແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານກວ່າ.
ສ່ວນທ່ານພົນເອກ Nikolai Patrushev ຕີລາຄາການຮ່ວມມືທາງທະເລ ພວມກາຍເປັນໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນ ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມ. ທ່ານຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ຝ່າຍຍັງໃຫຍ່ຫຼວງຢູ່.
2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມ, ສຸມໃສ່ບັນດາຂົງເຂດຫຼັກແຫຼ່ງຄື, ຍົກສູງການຮ່ວມມືລະຫວ່າງກຳລັງກອງທັບເຮືອ 2 ປະເທດ, ເປີດກວ້າງການຄົ້ນຄວ້າວິທະຍາສາດທະເລ, ພັດທະນາການຂົນສົ່ງທາງທະເລ ແລະ ຍູ້ແຮງການບຳລຸງສ້າງດ້ານວິຊາສະເພາະ.
ເນື່ອງໃນໂອກາດນີ້, 2 ຝ່າຍກໍ່ໍ່ໄດ້ລົງນາມ ແລະ ມອບ-ຮັບແຜນການຮ່ວມມືໃນຂົງເຂດທະເລ ໄລຍະ 2026 – 2030 ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະພາທະເລສະຫະພັນ ລັດເຊຍ.