ຂ່າວສານ

ຫວຽດນາມ ຢືນອັນດັບທີ 2 ກ່ຽວກັບປະລິມານໝາກລິນຈີ່ທົ່ວໂລກ

ຄາດວ່າ, ປະລິມານໝາກລິນຈີ່ຂອງ ຫວຽດນາມ ໃນປີນີ້ບັນລຸ 303.000 ລ້ານໂຕນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2024.
  ຫວຽດນາມ ພວມຢືນອັນດັບທີ 2 ທົ່ວໂລກກ່ຽວກັບປະລິມານໝາກລິນຈີ່ (ພາບ: VGP)  

ຕາມບົດລາຍງານ “ໄຈ້ແຍກຂອບຂະໜາດ ແລະ ອັດຕາສ່ວນກວມຕະຫຼາດໝາກລິນຈີ່ - ທ່າອ່ຽງເຕີບໂຕ ແລະ ການຄາດຄະເນໄລຍະ 2023 - 2028” ຂອງ Research and Markets, ຫວຽດນາມ ພວມຢືນອັນດັບທີ 2 ທົ່ວໂລກກ່ຽວກັບປະລິມານໝາກລິນຈີ່, ຖັດຈາກ ຈີນ. ຄາດວ່າ, ປະລິມານໝາກລິນຈີ່ຂອງ ຫວຽດນາມ ໃນປີນີ້ບັນລຸ 303.000 ລ້ານໂຕນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2024. ປະຈຸບັນ, ຫວຽດນາມ ພວມປັບປຸງທີ່ຕັ້ງຢູ່ຕະຫຼາດໝາກລິນຈີ່ທົ່ວໂລກຢ່າງບໍ່ຢຸດຢັ້ງ, ມີໜ້າຢູ່ 30 ປະເທດ, ເຂດແຄ້ວນໃນທົ່ວໂລກ, ຕອບສະໜອງຄວາມຕ້ອງການຂອງບັນດາຕະຫຼາດຂັ້ນສູງສຸດ.

ຜູ້ຕາງໜ້າພະແນກອຸດສາຫະກຳການຄ້າແຂວງ ບັກຢາງ (ໂຮມເຂົ້າແຂວງ ບັກນິງ) ໃຫ້ຮູ້ວ່າ, ປະຈຸບັນ ບັນດາວິສາຫະກິດໄດ້ຈອງຊື້ໝາກລິນຈີ່ຂອງແຂວງດ້ວຍປະລິມານຫຼາຍເພື່ອສົ່ງອອກໄປຍັງບັນດາຕະຫຼາດ, ຄື: ອີຢູ, ອາເມລິກາ, ການາດາ, ຍີ່ປຸ່ນ…


top