ຂ່າວສານ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທີ່ກັບມາຈາກຕ່າງປະເທດ

      ນັບແຕ່ເວລາ 18 ໂມງຂອງວັນທີ 9 ພະຈິກ ຮອດເວລາ 6 ໂມງຂອງວັນທີ 10 ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 01 ຄົນທີ່ກັບມາຈາກຕ່າງປະເທດ. 

(ພາບປະກອບ: lsvn.vn) 
      ຕາມບົດລາຍງານຂອງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 9 ພະຈິກ ຮອດເວລາ 6 ໂມງຂອງວັນທີ 10 ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 01 ຄົນ ທີ່ກັບມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວ ຢູ່ ບັກນິງໃນທັນທີ. ເປັນອັນວ່າ, ຮອດຈຸດເວລານີ້, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 1216 ຄົນ, ໃນນັ້ນ ມີ 1087 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)


top