ຂ່າວສານ

ຫວຽດນາມ ຢັ້ງຢືນບົດບາດເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນ ອາຊຽນ

      ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ຈີນ ບັນລຸກ່ວາ 111 ຕື້ USD.

ລົດຕູ້  container ຂົນສົ່ງໝາກມັງກອນ ສົ່ງອອກໄປຍັງ ຈີນ (ພາບ:TTXVN) 
      ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກທີ່ແກ່ຍາວຍ້ອນໂລກລະບາດໂຄວິດ-19, ການເຄື່ອນໄຫວການຄ້າລະຫວ່າງ ຫວຽດນາມ ແລະ ຈີນ ແຕ່ຕົ້ນປີມາຮອດປັດຈຸບັນສືບຕໍ່ບັນລຸໄດ້ບັນດາຜົນຢ່າງຕັ້ງໜ້າ, ຊ່ວຍໃຫ້ ຫວຽດນາມ ຢັ້ງຢືນບົດບາດເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນ ອາຊຽນ. ສະຖິຕິຂອງກົມໃຫຍ່ພາສີ ຈີນ ໃຫ້ຮູ້ວ່າ ໃນ 8 ເດືອນຕົ້ນປີ 2020, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ຈີນ ບັນລຸກ່ວາ 111 ຕື້ USD, ເພີ່ມ 13,4% ເມື່ອທຽບໃສ່ປີກາຍ. ຫວຽດນາມ ຍັງຄົງຮັກສາອັນດັບເປັນຄູ່ຮ່ວມມືໃຫຍ່ທີ 7 ໃນໂລກຂອງ ຈີນ, ລື່ນກາຍ ອົດສະຕາລີ.
(ແຫຼ່ງຄັດຈາກ VOV)

top