ຂ່າວສານ

ຫວຽດນາມ ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ຜົນສຳເລັດລວມຂອງ ອາຊຽນ ໃນປີ 2025

ໃນປີ 2025, ຫວຽດນາມ ໄດ້ພ້ອມກັບບັນດາປະເທດຊຸກຍູ້ການປະຕິບັດສຳເລັດການຜັນຂະຫຍາຍແຜນການສັງລວມສ້າງປະຊາຄົມ ອາຊຽນ 2025 ແລະ ຮັບຮອງເອົາວິໄສທັດປະຊາຄົມ ອາຊຽນ 2045…
ທີ່ກອງປະຊຸມ (ພາບ: TTXVN)

“ຫວຽດນາມ ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ຜົນສຳເລັດລວມຂອງ ອາຊຽນ ໃນປີ 2025”. ນີ້ແມ່ນຄຳຢືນຢັນຂອງທ່ານ ດັ້ງຮ່ວາງຢາງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ ທີ່ກອງປະຊຸມລະຫວ່າງຂະແໜງສະຫຼຸບສະພາບການການຮ່ວມມື, ການເຂົ້າຮ່ວມຂອງ ຫວຽດນາມ ໃນປີ 2025 ແລະ ທິດທາງໃນປີ 2026, ເຊິ່ງຈັດຂຶ້ນໃນວັນທີ 09 ທັນວາ.

        ໃນປີ 2025, ຫວຽດນາມ ໄດ້ພ້ອມກັບບັນດາປະເທດຊຸກຍູ້ການປະຕິບັດສຳເລັດການຜັນຂະຫຍາຍແຜນການສັງລວມສ້າງປະຊາຄົມ ອາຊຽນ 2025 ແລະ ຮັບຮອງເອົາວິໄສທັດປະຊາຄົມ ອາຊຽນ 2045… ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ເນັ້ນໜັກວ່າ:

        “ໃນໄລຍະ 30 ປີຜ່ານມາ, ຈາກປະເທດເຊື່ອມໂຍງເຂົ້າກັບສາກົນ, ມາຮອດປະຈຸບັນ, ຫວຽດນາມ ໄດ້ກາຍເປັນສະມາຊິກທີ່ຂາດບໍ່ໄດ້ໃນ ອາຊຽນ. ນີ້ແມ່ນຄວາມມານະພະຍາຍາມສຳຄັນທີ່ສຸດ, ອັນໄດ້ສ້າງຂີດໝາຍການເຕີບໂຕຂອງຂະແໜງການຕ່າງປະເທດ, ການທູດຫຼາຍຝ່າຍຂອງ ຫວຽດນາມ ໃນໄລຍະ 40 ປີແຫ່ງການປ່ຽນແປງໃໝ່”.


top