“ຜ້າອັດປາກ - ອັດດັງຈຳນວນ 80.000 ທີ່ມອບໃຫ້ປະເທດ ເຢຍລະມັນ, ນັ້ນແມ່ນອາລົມຈິດຂອງ ຫວຽດນາມ ສະຫງວນໃຫ້ລັດຖະບານ ແລະ ປະຊາຊົນ ເຢຍລະມັນ”. 
	
	 (ພາບປະກອບ: VOV) 
	ນັ້ນແມ່ນຄຳຢັ້ງຢຶນຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ຫງວຽນຈີ໋ຢຸງ ຢູ່ພິທີມອບຜ້າອັດປາກ - ອັດດັງໃຫ້ທ່ານ Guido Hildner  ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ຫວຽດນາມ ເຊິ່ງດຳເນີນໃນວັນທີ 06 ພຶດສະພາຢູ່ ຮ່າໂນ້ຍ.
	ກ່າວຄຳເຫັນຢູ່ພິທີ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ຫງວຽນຈີ໋ຢຸງ,  ຊີ້ແຈ້ງວ່າ: ຜ້າອັດປາກ - ອັດດັງຈຳນວນ 80.000 ທີ່ມອບໃຫ້ລັດຖະບານ ແລະ ປະຊາຊົນ ເຢຍລະມັນ ເຖິງວ່າບໍ່ຫຼາຍກໍ່ຕາມແຕ່ກໍ່ສະແດງໃຫ້ເຫັນອາລົມຈິດຂອງ ຫວຽດນາມ ເພື່ອຊ່ວຍເຫຼືອປະເທດເຢຍລະມັນຜ່ານຜ່າໄລຍະຫຍຸ້ງຍາກໃນໂລກລະບາດໂຄວິດ-19.
	ຕາງໜ້າລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທ່ານ Guido Hildner ເອກອັກຄະລັດຖະທູດ ເຢຍລະມັນ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ພ້ອມທັງສະແດງຄວາມນິຍົມນັບຖື ແລະ ປະທັບໃຈຕໍ່ໜ້າບັນດາຜົນສຳເລັດຂອງ ຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດໂຄວິດ-19.
	(ແຫຼ່ງຄັດຈາກ VOV)