ຂ່າວສານ

ຫວຽດນາມ ພ້ອມກັບປະຊາຄົມສາກົນຮຽກຮ້ອງໃຫ້ຢຸດຕິຄຳສັ່ງຂວ້ຳບາດສຳລັບ ກຸຍບາ

ຜູ້ຕາງໜ້າ ຫວຽດນາມ ກໍ່ໄດ້ຮຽກຮ້ອງໃຫ້ມີຄວາມເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນແດນອັນຄົບຖ້ວນ, ເອກະລາດດ້ານການເມືອງ, ສິດຕັດສິນດ້ວຍຕົນເອງ
  ທ່ານອັກຄະລັດຖະທູດ ຫງວຽນຫາຍລືວ ຮອງຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: VNA)  

ໃນວັນທີ 27-28 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ ທີ່ ນິວຢອກ (ອາເມລິກາ), ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81 ໄດ້ດຳເນີນ​ວາ​ລະ​ປຶກ​ສາ​ຫາ​ລືປະຈຳປີພາຍໃຕ້ຫົວຂໍ້ "ຄວາມ​ຈຳ​ເປັນ​ຕ້ອງຢຸດຕິຄຳ​ສັ່ງ​ຂວ້ຳ​ບາດ​ດ້ານເສດຖະກິດ, ການຄ້າ ແລະ ການເງິນຂອງ​ ອາ​ເມ​ລິ​ກາ ສຳ​ລັບ ກຸຍ​ບາ".

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຫາຍລືວ ຮອງ​ຫົວ​ໜ້າຄະນະຜູ້​ຕາງ​ໜ້າຖາວອນ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້​ຢືນ​ຢັນ​ຄືນ​ໃໝ່​ຫຼັກ​ໝັ້ນສະເໝີຕົ້ນ​ສະ​ເໝີປາຍຂອງ ຫວຽດນາມ ໃນການສະໜັບ​ສະ​ໜູນ​ການຢຸດຕິ​ບັນ​ດາ​ມາດ​ຕະ​ການ​ຄຳ​ສັ່ງ​ຂ​ວ້ຳ​ບາດເສດຖະກິດ, ການຄ້າ ແລະ ການເງິນຂອງ ອາ​ເມ​ລິ​ກາ ຕໍ່ກັບ ກຸຍ​ບາ ໃນ​ທ​ັນ​ທີ, ຄົບ​ຊຸດ ແລະ ບໍ່​ມີ​ເງື່ອນ​ໄຂ, ລວມມີ ມາດຕະການທີ່ມີຜົນກະທົບນອກ​​ຜືນ​ແຜ​່ນ​ດິນ. ຜູ້ຕາງໜ້າ ຫວຽດນາມ ກໍ່​ໄດ້ຮຽກຮ້ອງໃຫ້ມີ​ຄວາມເຄົາລົບເອກະລາດ, ອະທິປະໄຕ, ​ຜືນ​ແຜ່ນດິນ​ແດນ​ອັນ​ຄົບ​ຖ້ວນ, ເອກະລາດ​ດ້ານການເມືອງ, ​ສິດຕັດສິນດ້ວຍຕົນເອງ ແລະ ສິດໄດ້​ເລືອກເສັ້ນທາງພັດທະນາຂອງປະຊາຊົນ ກຸຍ​ບາ, ໂດຍບໍ່ມີການແຊກແຊງ ຫຼື ການບັງຄັບຈາກພາຍນອກ; ພ້ອມ​ກັນ​ນັ້ນ ກໍ່ຢືນຢັນວ່າ ທຸກໆຄວາມບໍ່ລົງ​ລອຍ​ກັນຕ້ອງ​ໄດ້ຮັບການແກ້ໄຂໂດຍຜ່ານການເຈ​ລະ​ຈາ ແລະ ​ບັນ​ດາ​ມາດ​ຕະ​ການ ທາງການທູດໂດຍສັນຕິວິທີ, ​ບົນ​ພື້ນ​ຖານເຄົາລົບເຊິ່ງກັນແລະກັນ, ສອດ​ຄ່ອງ​ກັບ​ກົດ​ບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.


top