ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດທຸກເປົ້າໝາຍພັດທະນາແບບຍືນຍົງ
ທີ່ວາລະສົນທະນາ (ພາບ: TTXVN)
ວັນທີ 26 ກຸມພາ, ກຸ່ມເອກອັກຄະລັດຖະທູດບັນດາປະເທດ ຝລັ່ງໂກໂຟນີ ປະຈຳ ນິວຢອກ, ໄດ້ຈັດວາລະສົນທະນາກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກ່ຽວກັບການປະກອບສ່ວນຂອງກຸ່ມ ຝລັ່ງໂກໂຟນີ ໃນການຊຸກຍູ້ການປະຕິບັດໂຄງການດຳເນີນງານຂອງສະຫະປະຊາຊາດ ແລະ ບັນດາບຸລິມະສິດຂອງເລຂາທິການໃຫຍ່ໃນປີ 2025.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດທຸກເປົ້າໝາຍພັດທະນາແບບຍືນຍົງ, ບັນດາຄຳໝັ້ນສັນຍາກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກສະຫະປະຊາຊາດ, ອົງການຝລັ່ງໂກໂຟນີ, ອາຊຽນ ແລະ ບັນດາປະເທດ ອາຟະລິກາ ໃນການປະຕິບັດບັນດາເປົ້າໝາຍດັ່ງກ່າວ. ຫວຽດນາມ ກໍ່ປາດຖະໜາຢາກປະກອບສ່ວນຫຼາຍກວ່າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໃນໄລຍະຈະມາເຖິງ.