ຂ່າວສານ

ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ Timor-Leste

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຊຸກຍູ້ການເຈລະຈາບັນດາສັນຍາການຄ້າເສລີ, ອາລັກຂາການລົງທຶນ, ແຮງງານ; ເພີ່ມທະວີການຮ່ວມມືດ້ານການເງິນ, ການຜະລິດເຂົ້າສານ, ນ້ຳມັນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານປະທານາທິບໍດີ Timor-Leste, José Ramos-Horta (ພາບ: TTXVN)

ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ Timor-Leste. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານປະທານາທິບໍດີ Timor-Leste, José Ramos-Horta ເນື່ອງໃນໂອກາດທ່ານເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2 ຢູ່ ຮ່າໂນ້ຍ. ຢູ່ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຊຸກຍູ້ການເຈລະຈາບັນດາສັນຍາການຄ້າເສລີ, ອາລັກຂາການລົງທຶນ, ແຮງງານ; ເພີ່ມທະວີການຮ່ວມມືດ້ານການເງິນ, ການຜະລິດເຂົ້າສານ, ນ້ຳມັນ, ພະລັງງານແຮງລົມ, ໂທລະຄົມມະນາຄົມ…

ສ່ວນທ່ານປະທານາທິບໍດີ José Ramos-Horta ສະເໜີໃຫ້ ຫວຽດນາມ ໜູນຊ່ວຍ Timor-Leste ໃນບັນດາຂົງເຂດເຊິ່ງ ຫວຽດນາມ ມີທ່າແຮງຄືກະສິກຳ; ເພີ່ມທະວີການລົງທຶນຢູ່ Timor-Leste; Timor-Leste ໃຫ້ຄຳໝັ້ນສັນຍາສ້າງຄວາມສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ.

ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໆ, ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຖະແຫຼງຂ່າວ - ສື່ສານ, ການສຶກສາ ແລະ ບຳລຸງສ້າງ…


top