ສາລະຄະດີ

ຫວຽດນາມ ບໍ່ປະໃຜໄວ້ ໃຫ້ຢູ່ຂ້າງຫຼັງ

ການເຂົ້າເປັນສະມາຊິກ ສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) 2 ສະໄໝ ອາຍຸການ 2014 - 2016 ແລະ 2023 - 2025 ດ້ວຍ ຄະແນນສຽງສູງ ແມ່ນສະພາບຕົວຈິງທີ່ມີຊີວິດຊີວາ ຢືນຢັນ ຄວາມຮັບຜິດຊອບ ກໍຄືບັນດາຜົນງານ ຂອງ ຫວຽດນາມ ໃນການ ຮັບປະກັນສິດທິມະນຸດ. ເຖິງວ່າປະເທດຊາດ ເຄີຍຜ່ານສົງຄາມ ມາແລ້ວຫຼາຍຄັ້ງ ຊຶ່ງສົ່ງຜົນກະທົບຢ້ອນຫຼັງ ອັນຍາວນານ, ເຮັດໃຫ້ ຊີວິດການເປັນຢູ່ ດ້ານເສດຖະກິດ - ສັງຄົມ ມາຮອດປັດຈຸບັນ ຍັງ ຄົງປະສົບກັບຄວາມຫຍຸ້ງຍາກຫຼາຍປະການ ແຕ່ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍມີຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງປະຕິບັດຄຳໝັ້ນສັນຍາ “ບໍ່ປະໃຜໄວ້ ໃຫ້ຢູ່ເບື້ອງຫຼັງ” ເພື່ອກໍ່ສ້າງປະເທດຊາດ ສັນຕິພາບ, ວັດທະນາຖາວອນ ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມອີ່ມໜຳສຳລານ ແລະ ຜາສຸກ.

ການເຂົ້າເປັນສະມາຊິກ ສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) 2ສະໄໝ ອາຍຸການ 2014 - 2016 ແລະ 2023 - 2025 ດ້ວຍ ຄະແນນສຽງສູງ ແມ່ນສະພາບຕົວຈິງທີ່ມີຊີວິດຊີວາ ຢືນຢັນ ຄວາມຮັບຜິດຊອບ ກໍຄືບັນດາຜົນງານ ຂອງ ຫວຽດນາມ ໃນການ ຮັບປະກັນສິດທິມະນຸດ. ເຖິງວ່າປະເທດຊາດ ເຄີຍຜ່ານສົງຄາມ ມາແລ້ວຫຼາຍຄັ້ງ ຊຶ່ງສົ່ງຜົນກະທົບຢ້ອນຫຼັງ ອັນຍາວນານ, ເຮັດໃຫ້ ຊີວິດການເປັນຢູ່ ດ້ານເສດຖະກິດ - ສັງຄົມ ມາຮອດປັດຈຸບັນ ຍັງ ຄົງປະສົບກັບຄວາມຫຍຸ້ງຍາກຫຼາຍປະການ ແຕ່ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍມີຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງປະຕິບັດຄຳໝັ້ນສັນຍາ “ບໍ່ປະໃຜໄວ້ ໃຫ້ຢູ່ເບື້ອງຫຼັງ” ເພື່ອກໍ່ສ້າງປະເທດຊາດ ສັນຕິພາບ,ວັດທະນາຖາວອນ ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມອີ່ມໜຳສຳລານ ແລະ ຜາສຸກ.

ສິດ​ທິ​ມະ​ນຸດ - ຄວາມ​ເປັນ​ຈິງ ​ທີ່ມີຊີວິດຊີວາ ​ຂອງ​ ຫວຽດ​ນາມ

ເປັນເວລາເກືອບ 10 ປີ ໄດ້ຜ່ານພົ້ນໄປ ນັບແຕ່ກົດໝາຍແພ່ງ ສະ ບັບປັບປຸງ ປີ 2015 ໄດ້ຖືກຮັບຮອງເອົາ ສິດໄດ້ປ່ຽນເພດຢ່າງເປັນ ທາງການ, ທ່ານ ຫວູຮວ່າງມາຍເຈົາ - ຫົວໜ້າ ຄະນະບໍລິຫານງານ ເຄືອຂ່າຍ ຜູ້ປ່ຽນເພດຫວຽດນາມ (VNTG) ຍັງຄົງຈຳຝັງໃຈ ຄວາມ ຮູ້ສຶກ ດີໃຈ ທີ່ຍາກຈະພັນລະນາໄດ້ ກ່ຽວກັບ “ຈຸດເວລາ ປະຫວັດ ສາດ” ນັ້ນ. 

ໃນເວລານັ້ນ, ຫວຽດນາມ ແມ່ນປະເທດທີ 62 ໃນໂລກ ແລະ ທີ 11 ໃນ ອາຊີ ໄດ້ຮັບຮູ້ ສິດປ່ຽນເພດ ສຳລັບ ຜູ້ທ່ີໂຊກບໍ່ດີ ມີຈຸດ ບົກ ພ່ອງ ມາແຕ່ກໍາເນີດທາງເພດ ຫຼື ເພດບໍ່ທັນໄດ້ກຳນົດຢ່າງຊັດເຈນ. 

ສຳລັບ ຫວູຮວ່າງ​ມາຍ​ເຈົາ ແລະ ຄົນ​ໃນ​ວົງ​ການ​ປ່ຽນເພດ ​ຫວຽດນາມ LGBT, ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ສິດ​ຂອງ​ຄົນ​ປ່ຽນເພດ​ຖືກ​ຮັບ​ຮູ້​ໂດຍ​ກົດໝາຍ, ກຽດ​ສັກ​ສີ ​ແລະ ສິດທິ​ມະນຸດ​ ຂອງ ເຂົາເຈົ້າໄດ້​ເຄົາລົບນັບຖື, ເຂົາເຈົ້າບໍ່ຖືກ​ຈຳ​ແນກ​ການປະພຶດຕໍ່, ​ໄດ້​ຮັບ​ການ​ປົກ​ປ້ອງ ​ແລະ ປະພຶດຕໍ່​ຢ່າງ​ສະເໝີພາບ ຄືຄົນທຳມະດາທົ່ວໄປ ເພື່ອໃຫ້ເຂົາເຈົ້າສາມາດ ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ດຳລົງ​ຊີວິດ​ ແລະ​ ປະກອບສ່ວນ​ໃຫ້​ສັງຄົມ.


ໃນ​​​ຜົນ​ສຳ​ເລັດ ແລະ ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ ກ່ຽວ​ກັບ​ ຫວຽດ​ນາມ ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ນັ້ນແມ່ນ​ຂະບວນການລົບລ້າງຄວາມອຶດຫີວ  ຫຼຸດຜ່ອນຄວາມທຸກ ຍາກ ໃຫ້​ປະ​ຊາ​ຊົນ. ສະພາບການທຸກຈົນ ຢ່າງແສນສາຫັດ ​ຢູ່​ຫວຽດນາມ ​ໄດ້​ຫຼຸດລົງ ຈາກອັດຕາສ່ວນ ສູງສຸດ ປະມານ 40% ​ໃນ​ຊຸມ​ປີ 1990 ລົງ​ຕໍ່າກວ່າ 5% ​ໃນ​ປີ 2020. ນີ້ແມ່ນ​ການ​ປ່ຽນ​ແປງ​ທີ່​ພິ​ເສດ”.
(ທ່ານ​ນາງ Caitlin Wiesen, ອະ​ດີດ​ຫົວ​ໜ້າ​ຜູ້​ຕາງ​ໜ້າ ໂຄງການ ພັດທະນາ ​ສປຊ (UNDP) ປະ​ຈຳ ​ຫວຽດ​ນາມ).

ປັດຈຸ​ບັນ, ​ເຖິງ​ວ່າ​ ວຽກ​ງານ​ຕົ້ນຕໍ​ ຂອງ​ ເພິ່ນ ແມ່ນຊ່ຽວຊານຝຶກ​ອົບ ຮົມ​ ໃນ​ບໍລິສັດ ​​ສະໜອງນາງແບບເດັກ, ​ແຕ່ເພິ່ນ ຍັງມີຄວາມ​ກະຕືລືລົ້ນ ໃນ​​ການ​ເຄື່ອນ​ໄຫວ ​ແລະ ​ໂຄງການ​ຊ່ວຍ​ເຫຼືອ ປະຊາ​ຄົມຜູ່ປ່ຽນເພດ, ​ໃນ​ນັ້ນ​ມີ​ການ​ສ້າງ​ ຄະລີ​ນິກ RUBY, ​ເປັນຄະລີ​ນິກ ພິ​ເສດ​ແຫ່ງ​ທຳ​ອິດ​ຢູ່ ຫວຽດນາມ ​ສຳລັບ​ປະຊາ​ຄົມ ​ຜູ້​ປ່ຽນ​ເພດ. ນີ້ບໍ່ເປັນ ພຽງແຕ່ຄວາມພະຍາຍາມ ຂອງ ເພິ່ນ ເທົ່ານັ້ນ, ແຕ່ຍັງ ສະແດງ ໃຫ້ ເຫັນເຖິງ ຄວາມຄືບໜ້າ ຂອງ ນະໂຍບາຍຕ່າງໆ ເມື່ອອະນຸຍາດ ໃຫ້ຄົນປ່ຽນເພດ ສາມາດ ເຂົ້າເຖິງ ການບໍລິການ ດູແລ ສຸຂະພາບ ຢ່າງສະເໝີພາບ ຄືກັບ ກຸ່ມຄົນອື່ນໆ ໃນສັງຄົມ.

ອີກ​ເລື່ອງ​ໜຶ່ງ​ທີ່ໜ້າສົນໃຈ ຄື​ກໍລະນີ​ຂອງ​ທ່ານ​ນາງ ຫງວຽນ​ທິ​ຈັ໋ນ, ຫົວໜ້າກຸ່ມ ມ໋າຍເອິ໊ມ ​ຮວ່າງ​ມາ​ຍ, ອົງການ​ອາສາ​ສະໝັກ ເຄື່ອນ ໄຫວສະເພາະ ກ່ຽວກັບການດູແລສຸຂະພາບ ແລະ ປິ່ນປົວ HIV ໃຫ້ແກ່ຜູ້​ຕິດ​ຢາ​ເສບ​ຕິດ. ທ່ານນາງ ຫງວຽນ ທິຈັ໋ນ ຍັງບໍ່ສາມາດ ອົດກັ້ນຄວາມຕື້ນຕັນໃຈ ເມື່ອກ່າວເຖິງ ເລື່ອງ ໃນວັນທີ 8 ມີນາ 2019, ເມື່ອຜູ້ຕິດເຊື້ອ HIV/AIDS ໃນທົ່ວປະເທດ ໄດ້ນຳໃຊ້ຢາ ARV ໃນການປິ່ນປົວ ຢ່າງເປັນທາງການ ຈາກກອງທຶນປະກັນໄພ ສາທາລະນະສຸກ. ດ້ວຍ​ການ​ປະກາດໃຊ້​ນະ​ໂຍບາຍ​ນີ້ໃນ​ຈຸດເວ ລາ​ນັ້ນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດໜຶ່ງ​ດຽວ ​ທີ່​ລະດົມ​ແຫຼ່ງ ກຳລັງ​ພາຍ​ໃນ​ປະ​ເທດ ເພື່ອຈ່າຍຄ່າບໍລິການປິ່ນປົວ HIV/AIDS ​ໂດຍຜ່ານ ກອງທຶນປະກັນໄພ ສາທາລະນະສຸກ. ດ້ວຍເຫດນັ້ນ, ຜູ້ ຕິດເຊື້ອ HIV ຈຶ່ງສາມາດເຂົ້າເຖິງ ARV ໄດ້ຢ່າງສະດວກ ເພື່ອ ການປິ່ນປົວ ຢູ່ຮາກຖານ 188 ແຫ່ງ ໃນ 63 ແຂວງ, ນະຄອນ ໃນ ທົ່ວປະເທດ. ນອກຈາກນັ້ນ, ກົດໝາຍວ່າດ້ວຍປະກັນໄພ ສາທາ ລະນະສຸກ ບໍ່ຈຳແນກຜູ້ຕິດເຊື້ອ HIV/AIDS ກັບຜູ້ຕິດເຊື້ອພະ ຍາດອື່ນໆ ໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ຜູ້ຕິດເຊື້ອ HIV/AIDS ທີ່ ເຂົ້າຮ່ວມ ການປະກັນໄພ ສາທາລະນະສຸກ ໄດ້ຊົມໃຊ້ລະບົບ ການ ກວດ ແລະ ປິ່ນປົວພະຍາດຄືຄົນ​ອື່ນໆ, ດ້ວຍ​ເຫດ​ນີ້​ຈຶ່ງ​ຫຼຸດການ ເສຍຄ່າໃຊ້ຈ່າຍໃຫ້​ແກ່​ຄົນ​ເຈັບ, ຄອບຄົວ ​ແລະ ສັງຄົມ.


ທ່ານນາງ ​ປອ ຄວັດ​ທູ​ຮົ່ງ, ຫົວໜ້າສະຖາບັນຄົ້ນຄວ້າ ການພັດທະ ນາສັງຄົມ (ISDS –Institute for Social Development Studies), ​ປີ 2006, ກົດໝາຍ​ວ່າ​ດ້ວຍ​ການປ້ອງກັນ ແລະ ສະກັັດກັ້ນ ການ ຕິດເຊື້ອໄວຣັດ ທ່ີເປັນສາເຫດ ພູມຄຸ້ມກັນບົກພ່ອງ (HIV/AIDS) ​ທີ່ປະກາດໃຊ້ ໄດ້ຢືນຢັນວ່າ ຜູ້ຕິດເຊື້ອ HIV ຕ້ອງໄດ້ປະຕິບັດ ຢ່າງ ສະເໝີພາບ. ກົດໝາຍ​ດັ່ງກ່າວ ​ຍັງ​ຫ້າມ​ການລັງກຽດ ແລະຈຳແນກ ການປະພຶດຕໍ່​ຜູ້​ຕິດ​ເຊື້ອ HIV. ກົດໝາຍ​ວ່າ​ດ້ວຍ​ຄົນ​ພິການ​ປີ 2010 ຍັງ​ຫ້າມ​ການລັງກຽດ ແລະ ຈຳແນກການ ປະຕິບັດຕໍ່ຜູ້​ພິ ການ ​ແລະ ມີ​ຂໍ້ກຳນົດນິຕິກຳ​ຫຼາຍ​ຂໍ້ ​ສ້າງ​ເງື່ອນ​ໄຂ​ສະ​ເໝີ​ພາບເພື່ອ ໃຫ້​ຜູ້ພິການ​ ໄດ້ເຂົ້າ​ຮ່ວມ​ການ​ອອກ​ແຮງ​ງານ, ອຸທິດ ແລະປະກອບ ສ່ວນ ໃຫ້ສັງຄົມ...

ທ່ານ​ນາງ ຄວັດທູຮົ່ງ ​ເນັ້ນ​ໜັກ​ວ່າ: “ນີ້ລ້ວນແຕ່ແມ່ນ​ບັນດາ​ການຫັນ ປ່ຽນ​ຢ່າງ​ຕັ້ງໜ້າ ​ໃນ​ຂອບ​ກົດໝາຍ ​ແລະ ນະ​ໂຍບາຍ, ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ ຫວຽດນາມ ຍັງສືບ​ຕໍ່ປ່ຽນໃໝ່​ ນະ​ໂຍບາຍ ເພື່ອ​​ຊ່ວຍ​ເຫຼືອ ກຸ່ມ​ຄົນ​ດ້ອຍ​ໂອກາດ”.


ບັນດາ​ຄວາມເປັນ​ຈິງດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ ການ​ຮັບປະກັນ​ສິດທິ​ມະນຸດ​ຢູ່ ຫວຽດນາມ ຍາມ​ໃດ​ກໍໄດ້ຮັບຄວາມເອົາໃຈໃສ່ ຢ່າງທົ່ວ ເຖິງ ຢູ່​ທຸກ​ແຫ່ງ, ທຸກ​ເວລາ. ນັ້ນ​ແມ່ນ ​ຍັງບໍ່​ທັນກ່າວ​ເຖິງ ແຜນນະ ໂຍບາຍ, ນະໂຍບາຍຫຼາຍສະບັບ​ທີ່ ພັກ ​ແລະ ລັດ​ ໄດ້ປະກາດໃຊ້ ຢ່າງທັນການ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ປັບປຸງ ຊີວິດການເປັນຢູ່ ​ດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ສຶກສາ, ສາທາລະ ນະ​ສຸກ... ໃຫ້​​ທົ່ວ​ປວງ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ດ້ອຍ​ໂອກາດ, ຄົນ​ທຸກ​ຍາກ ແລະ ພໍ່ແມ່ຊາວເຜົ່າສ່ວນໜ້ອຍ ​ຢູ່​ເຂດ​ຫ່າງ​ໄກ​ສອກ ຫຼີກ ​ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

ຖືບັນຫາສິດທິມະນຸດ ເປັນເປົ້າໝາຍ ເພື່ອບັນລຸຜົນດ້ວຍຕົນເອງ

ໃນຊ່ວງເວລາ ການແຜ່ລະບາດ ເຊື້ອພະຍາດ ໂຄວິດ-19 ລະບາດ ຂຶ້ນ ຢ່າງຮ້າຍແຮງໃນທົ່ວໂລກ, ເລື່ອງລາວ ກ່ຽວກັບ ທ່ານໝໍ ຫວຽດ ນາມ ທີ່ໄດ້ກອບກູ້ ເອົາຊີວິດ ນັກບິນ ອັງກິດ ຕິດເຊື້ອ ພະຍາດ ໂຄ ວິດ-19 ໄດ້ຖືກໜັງສືພິມສາກົນ ຫຼາຍສະບັບກ່າວເຖິງ ເໝືອນດັ່ງ ສິ່ງມະຫັດສະຈັນ ຊ່ວຍເຫຼືອຊີວິດຜູ້ຄົນ ແລະ ການກະທຳ ເພື່ອ ມະນຸດສະທຳ ຂອງ ຊາວ ຫວຽດນາມ. 

ວິທະຍຸ BBC ໄດ້ຍົກຄຳເວົ້າຂອງນັກບິນ Stephen Cameron ຈາກ ຕຽງຄົນເຈັບ ຢູ່ໂຮງໝໍ ຫວຽດນາມວ່າ: “ຖ້າຂ້າພະເຈົ້າ ຢູ່ບ່ອນອື່ນ ໃນໂລກນີ້ຂ້າພະເຈົ້າຄົງຈະຕາຍແລ້ວເພາະວ່າ ຫຼັງຈາກ ນອນ ຕິດຕຽງ ຕະຫຼອດເປັນເວລາ 30 ມື້ຂ້າພະເຈົ້າອາດຈະຖືກ ຖອດ ເຄື່ອງຫາຍໃຈ ຈາກພວກເຂົາແລ້ວ. ຂ້າພະເຈົ້າມີຄວາມເຄົາລົບ ນັບຖື ຕໍ່ນໍ້າໃຈ ຂອງຊາວ ຫວຽດນາມ ທີ່ມີຕໍ່ຂ້າພະເຈົ້າ ແລະ ຂ້າ ພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ເປັນຢ່າງຍິ່ງ ຕໍ່ ບັນດາທ່ານໝໍ ທີ່ໄດ້ຊ່ວຍຊີວິດ ຂອງ ຂ້າພະເຈົ້າ ຢ່າງສຸດອົກສຸດໃຈ”.

ຫວຽດນາມ ຈັດ​ຕັ້ງ​ການກວດ​ພະຍາດ​ໂຄ​ວິດ-19 ​ໃຫ້​ຊາວ​ຕ່າງ ປະ​ເທດ​ຢູ່​ນະຄອນ ​ດ່າ​ໜັງ. ພາບ: ແທງຮ່ວາ/VNP

ທ່ານ ປອ ກາວດຶກຖ໋າຍ, ອະດີດຫົວໜ້າສະຖາບັນຄົ້ນຄວ້າ ສິດທິມະນຸດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວວ່າ ນີ້ ແມ່ນຫຼັກຖານສະແດງໃຫ້ເຫັນວ່າ ລັດ ແລະ ປະຊາຊົນ ຫວຽດນາມ ບໍ່ພຽງແຕ່ມີຈິດໃຈ ແລະ ຄວາມພະຍາຍາມ ຮັບປະກັນສິດທິມະ ນຸດເທົ່ານັ້ນ, ແຕ່ຍັງ ມີຈິດໃຈມະນຸດສະທຳ, ຄວາມໂອບ ອ້ອມອາລີ ແລະ  ຄວາມຮັກຕໍ່ ເພື່ອນມະນຸດດ້ວຍກັນ. 

ຫວຽດນາມ ມີຄວາມຄວາມມຸ່ງມາດປາດຖະໜາ ໄດ້ເຂົ້າເປັນ ສະ ມາຊິກ ສະພາສິດທິມະນຸດ ສປຊ ເພື່ອບັນລຸ 3 ເປົ້າໝາຍ. ໜຶ່ງ: ຫວຽດນາມ ຕ້ອງການຢືນຢັນການປະຕິບັດສິດທິມະນຸດ. ສອງ: ຫວຽດນາມ ຢາກເຜີຍແຜ່ຄຸນຄ່າຂອງຕົນ. ສາມ: ຫວຽດນາມ ຢາກສະແດງ ຄວາມຮັບຮູ້ໃໝ່ຂອງຕົນ ກ່ຽວກັບສິດທິມະນຸດ ຕໍ່ບັນດາຄຸນຄ່າ ຂອງ ຍຸກປັດຈຸບັນ.

ໃນນະໂຍບາຍການຕ່າງປະເທດ, ຫວຽດນາມ ມີຄວາມປາດຖະໜາ ຢາກສ້າງເພື່ອນມິດ ກັບທຸກປະເທດ, ບໍ່ຈຳແນກ ລະບອບການ ເມືອງ - ສັງຄົມ ແລະ ລະດັບການພັດທະນາ ເພື່ອເຂົ້າໃກ້ບັນດາ ຄຸນຄ່າລວມ ແລະ ບັນດາຄຸນຄ່າກ້າວໜ້າ ຂອງໂລກ. 

ການທີ່ ຫວຽດນາມ ເຂົ້າເປັນສະມາຊິກ ສະພາສິດທິມະນຸດ ໝາຍ ເຖິງການສ້າງເປັນຮູບເປັນຮ່າງກົນໄກ ແລະ ແນວຄິດຮັບປະກັນສິດ ທິມະນຸດຢູ່ ຫວຽດນາມ. ສັງເກດກ່ຽວກັບ ດ້ານເອກະສານຫວຽດ ນາມ ມີເອກະສານລະຫວ່າງປະເທດ ຢ່າງຄົບຖ້ວນ ກ່ຽວກັບສິດທິ ມະນຸດ. ຫວຽດນາມ ໄດ້ຈັດຕັ້ງກົນໄກໜຶ່ງ ທີ່ມີທັງກົດໝາຍ, ອົງ ການ ແລະ ອົງການຈັດຕັ້ງ.


“ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສປຊ, ໄດ້ປະກອບສ່ວນ ຫຼາຍຢ່າງ ແລະ ມີປະສິດທິຜົນ ເຂົ້າໃນການເຄື່ອນໄຫວ ຮັກສາ ສັນຕິພາບ ຂອງ ສປຊ. ສາຍພົວພັນອັນດີງາມດັ່ງກ່າວ ຕ້ອງໄດ້ ເພີ່ມທະວີຍິ່ງຂຶ້ນ ໃນໄລຍະຕໍ່ໜ້າ ເພື່ອຊຸກຍູ້ ສັນຕິພາບ, ການພັດ ທະນາແບບຍືນຍົງ ແລະ ສິດທິມະນຸດ ຢູ່ໃນໂລກ”, ນີ້ແມ່ນການຕີ ລາຄາຫຼ້າສຸດ ຂອງ ທ່ານ ເລຂາທິການໃຫຍ່  ສປຊ Antonio Guterres ກ່ຽວກັບ ຫວຽດນາມ.

ປີ 2022, ຫວຽດນາມ ເປັນທ່ີຮັບຮູ້ວ່າ ແມ່ນໜຶ່ງໃນ 10 ປະເທດ ທີ່ມີປະສິດທິຜົນດີທີ່ສຸດ ຂອງໂລກ ໃນການປະຕິບັດ ບັນດາ ເປົ້າ ໝາຍ ຂອງ ສປຊ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ.

ທ່ານ Jean-Pierre Archambault, ອະດີດເລຂາທິການໃຫຍ່ ສະມາຄົມມິດຕະພາບ ຝຣັ່ງ - ຫວຽດນາມ ໃຫ້ຮູ້ວ່າ: “ການຮັບປະກັນ ສິດທິມະນຸດທີ່ດີ ແມ່ນໜຶ່ງໃນບັນດາຜົນງານຂອງ ຂະບວນວິວັດ ແຫ່ງການປ່ຽນແປງໃໝ່ຢູ່ ຫວຽດນາມ, ບັນດາໝາກຜົນ ທີ່ບັນລຸໄດ້ ໃນຂົງເຂດຮັບປະກັນ ສິດທິມະນຸດ ຂອງ ຫວຽດນາມ ແມ່ນປະຕິເສດບໍ່ໄດ້”.

ທ່ານ ປອ ກາວດຶກຖ໋າຍ ເຫັນວ່າ ຫວຽດນາມ ບັນລຸໄດ້ບັນດາ ຜົນ ງານ ກ່ຽວກັບສິດທິມະນຸດ ຄືແນວນັ້ນ ແມ່ນຍ້ອນມີການ ປ່ຽນແປງ ແນວຄິດ ໃນການເຂົ້າເຖິງສິດມະນຸດ ກໍຄືວຽກງານ ການຕ່າງປະ ເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຄວາມຮັບຮູ້ໃໝ່ ຂອງ ຫວຽດ ນາມ ຖືສິດທິມະນຸດ ແມ່ນເປົ້າໝາຍ ເພື່ອການສູ້ຊົນ, ເຊື່ອມໂຍງ ສິດທິມະນຸດ ກັບບັນດາຄຸນຄ່າ ຂອງ ຍຸກປັດຈຸບັນ, ນັ້ນແມ່ນ ຈິດ ໃຈ ສິດທິມະນຸດ, ຄວາມໂອບອ້ອມອາລີ ແລະ  ຄວາມຮັກຕໍ່ ມະນຸດດ້ວຍກັນ.

ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຢູ່​ ຊູ​ດັງ​ໃຕ້ ​ແລະ ສາທາລະນະ​ລັດ ອາ​ຟຣິກກາ​ ກາງ. ພາບ: ເອກະສານ

ບົດ: ຖາວວີ -​ ພາບ: ກົງດາດ, ແທງຮ່ວາ ແລະ ເອກະສານ VNP ແລະ VNA - ແປໂດຍ: ບິກລຽນ


top