ຂ່າວສານ

ຫວຽດນາມ - ບຣາຊິນ ມຸ່ງ​ໄປ​ເຖິງເປົ້າໝາຍການຄ້າ 15 ຕື້ USD

ບຣາຊິນ ນັບມື້ນັບມີບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ນັບຕັ້ງແຕ່ເວ​ລາສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນເດືອນພະຈິກ 2024, ການພົວພັນສອງຝ່າຍໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ທ່ານ ບຸ່ຍວັນງິ ເອກອັກຄະລັດຖະທູດຫວຽດນາມປະຈຳ ບຣາຊິນ ກ່າວຄຳເຫັນທີ່ພິທີ (ພາບ: VNA)
ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ຫາກໍ່ຈັດພິ​ທີສະຫຼອງ 81 ປີ ວັນປະ​ຕິ​ວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຢູ່ ນະຄອນຫຼວງ Brasilia ໃນວັນທີ 27 ສິງຫາ, ໂດຍມີການເຂົ້າຮ່ວມຂອງ ທ່ານາງ Susan Kleebank ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຣາຊິນ ພ້ອມດ້ວຍຕາງໜ້າສະພາແຫ່ງຊາດ, ລັດຖະບານ, ທູ​ຕາ​ນຸທູດ, ໝູ່ເພື່ອນ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ບຣາຊິນ ເປັນຈຳນວນຫຼວງຫຼາຍ. ທ່ານ ບຸ່ຍວັນງິ ເອກອັກຄະລັດຖະທູດຫວຽດນາມປະຈຳ ບຣາຊິນ ໄດ້ທົບທວນຄືນຄວາມໝາຍປະຫວັດສາດຂອງການປະ​ຕິ​ວັດເດືອນສິງຫາ ແລະ ວັນ​ຊາດທີ 2 ກັນຍາ 1945. ເມື່ອເວົ້າເຖິງການພົວພັນ ຫວຽດນາມ - ບຣາຊິນ, ທ່ານເອກອັກຄະລັດຖະທູດ ບຸ່ຍວັນງິ ຢືນຢັນວ່າ ບຣາຊິນ ນັບມື້ນັບມີບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ນັບຕັ້ງແຕ່ເວ​ລາສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນເດືອນພະຈິກ 2024, ການພົວພັນສອງຝ່າຍໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່. ສອງຝ່າຍມຸ່ງໄປເຖິງເປົ້າໝາຍວົງເງິນການຄ້າບັນລຸ 15 ຕື້ USD ໃນປີ 2030.

top