ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ນິວຊີແລນ, ຕອນເຊົ້າວັນທີ 13 ສິງຫາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນ Auckland, ນິວຊີແລນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະໂອ້ລົມກັບ ທ່ານ Christopher Luxon, ນາຍົກລັດຖະມົນຕີ ນິວຊີແລນ.
ສະພາບການພົບປະໂອ້ລົມ (ພາບ: VNA)
ທີ່ການພົບປະໂອ້ລົມ, ການນຳສອງທ່ານໄດ້ເປັນເອກະພາບກັນສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ພັດທະນາການພົວພັນສອງປະເທດຢ່າງຮອບດ້ານ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສອງຝ່າຍຕ້ອງເພີ່ມທະວີການຜັນຂະຫຍາຍໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ໄລຍະ 2025 – 2030 ຢ່າງມີປະສິດທິຜົນ. ສອງຝ່າຍເປັນເອກະພາບກັນນຳການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂົ້າສູ່ສະພາບທີ່ແທດຈິງ, ມີປະສິດທິຜົນ, ຄົ້ນຄວ້າການສ້າງຕັ້ງກົນໄກຕິດຕໍ່ປະສານກ່ຽວກັບບັນດາບັນຫາອາດຊະຍາກຳຂ້າມຊາດ ແບບໂດຍກົງ ຫຼື ສາຍດ່ວນ.
ສອງຝ່າຍຢັ້ງຢືນຈະສືບຕໍ່ແບ່ງປັນບົດຮຽນໃນການສ້າງລັດຖະບານດິຈິຕອນ, ລະບົບຊີວະພາບຮັບໃຊ້ການພັດທະນາວິທະຍາສາດ - ເຕັກໂນໂລຊີ. ສອງຝ່າຍເປັນເອກະພາບກັນນຳການສຶກສາ, ການທ່ອງທ່ຽວ, ການເຊື່ອມຕໍ່ ແລະ ການພົວພັນແລກປ່ຽນປະຊາຊົນກາຍເປັນກຳລັງໜູນພັດທະນາທີ່ສຳຄັນຂອງການພົວພັນສອງຝ່າຍ.
ການນຳສອງທ່ານກໍ່ຢັ້ງຢືນຈະສືບຕໍ່ທະວີການຮ່ວມມືໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນບັນດາເວທີປາໄສຫຼາຍຝ່າຍຕື່ມອີກ, ພິເສດແມ່ນສະຫະປະຊາຊາດ. ສອງຝ່າຍກໍ່ຢັ້ງຢືນຄືນລະດັບຄວາມສຳຄັນຂອງການເຄົາລົບກົດໝາຍສາກົນຢູ່ພາກພື້ນ ແລະ ແກ້ໄຂຄວາມຄັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ.