ຂ່າວສານ

ຫວຽດນາມ ຖືເປັນສຳຄັນພັດທະນາການພົວພັນມິດຕະພາບ ແລະ ຮ່ວມມືກັບ ກົດດີວົວ

ຫວຽດນາມ ຖືເປັນສຳຄັນພັດທະນາການພົວພັນມິດຕະພາບ ແລະ ຮ່ວມມືກັບ ກົດດີວົວ ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ທີ່ການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ  ກົດດີວົວ Marcel Amon Tanoh ໃນວັນທີ 18 ມິຖຸນາ.

 ທີ່ການພົບປະເຈລະຈາ
ທີ່ກອງປະຊຸມເຈລະຈາ, ທັງ 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຜັນຂະຫຍາຍ ເພື່ອສືບຕໍ່ນຳການຮ່ວມມື 2 ຝ່າຍເຂົ້າສູ່ລວງເລິກ ແລະ ຂຸດຄົ້ນທ່າໄດ້ປຽບຂອງ 2 ປະເທດຢ່າງສຸດຂີດ. 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ຢັ້ງຢືນແບ່ງປັນເລື່ອງຍົກສູງການຮ່ວມມືຫລາຍຝ່າຍ, ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ…
(ແຫຼ່ງຄັດຈາກ VOV)

top