ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະຈັດຕັ້ງລາຍການເພື່ອ ຕອບສະໜອງວັນບຸນ ນະວັດຕະກຳແຫ່ງຊາດ ດ້ວຍຫຼາຍກິດຈະກຳເພື່ອແນໃສ່ແຜ່ຂະຫຍາຍນຳ້ໃຈນະວັດຕະກຳທົ່ວປວງຊົນ.
ພິທີສະເຫຼີມສະຫຼອງຄາດວ່າ ຈະຈັດຂຶ້ນໃນວັນທີ 4 ຕຸລາ, ຢູ່ຮ່າໂນ້ຍ, ແລະ ຈະປະກາດບົດລາຍງານປະຈຳປີກ່ຽວກັບນະວັດຕະກຳ, ຊຸດດັດຊະນີນະວັດຕະກຳຂັ້ນທ້ອງຖິ່ນ (PII) ແລະ ມອບລາງວັນການແຂ່ງຂັນຂໍ້ລິເລີ່ມວິທະຍາສາດປີ 2026; ລາງວັນປື້ມວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ຫັນເປັນດີຈີຕອນ.
ວັນບຸນປີນີ້ມີຫົວຂໍ້ວ່າ “ນະວັດຕະກຳ - ກຳລັງໜູນພັດທະນາຂອງທົ່ວສັງຄົມ”, ມຸ່ງໄປເຖິງການຍົກສູງສະຕິ ກ່ຽວກັບບົດບາດຂອງນະວັດຕະກຳສຳລັບການພັດທະນາເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່; ສົ່ງເສີມທຸກອົງການ, ວິສາຫະກິດ ແລະ ປະຊາຊົນເປັນເຈົ້າການໃນການລົງທຶນ, ເຂົ້າຮ່ວມນຳໃຊ້, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ.