ຂ່າວສານ

ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາກອງປະຊຸມຢູ່ AMM 59

ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ທີ່ຈັດຂຶ້ນຢູ່ ມານີລາ, ຟີລິບປິນ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ການາດາ, ອາຊຽນ - ສ.ເກົາຫຼີ, ອາຊຽນ - ອົດສະຕາລີ.
    
  ພາບປະກອບ: VNA 

ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ທີ່​ຈັດ​ຂຶ້ນຢູ່ ມາ​ນີ​ລາ, ຟີ​ລິບ​ປິນ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ​້​ເຂົ້າ​ຮ່ວ​ມ​ບັນ​ດາ​ກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ກາ​ນາ​ດາ, ອາ​ຊຽນ - ສ.ເກົາ​ຫຼີ, ອາ​ຊຽນ - ອົດ​ສະ​ຕາ​ລີ.

ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ​່າງ​ປະ​ເທດ ອ​າ​ຊຽນ - ກາ​ນາ​ດາ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ສະ​ເໜີ ກາ​ນາ​ດາ ສືບ​ຕໍ່​ສະ​ໜ​ັບ​ສະ​ໜູນ​ບັນ​ດາ​ຫຼັກ​ການ ແລະ ຫຼັກ​ໝັ້ນ​ລວມ​ຂອງ ອາ​ຊຽນ, ໃນ​ນັ້ນ​ມີ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເສ​ລີໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ​່​ທະ​ເລ​ຕາ​ເວັນ​ອອກ, ແກ​້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).

ເມື່ອ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ສ.ເກົາ​ຫຼີ, ຄະ​ນະ​ຜູ້​ແທນ​ ຫວຽດ​ນາມ ສະ​ເໜີ​ສຸມ​ໃສ່​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ ໂດຍ​ອີງ​ໃສ່​ນະ​ວັດ​ຕະ​ກຳ, ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ ໄປ​ພ້ອມ​ກັບ​ການ​ຫັນ​ປ່ຽນ​ດ້ານ​ພະ​ລັງ​ງານ, ແລະ ປ​ົກ​ປ້ອງ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ ຜ່ານ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ.

ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ອົດ​ສະ​ຕາ​ລີ, ຫວຽດ​ນາມ ສະ​ເໜີ​ໃຫ້ 2 ຝ່າຍ​ໃຫ້​ບຸ​ລິ​ມະ​ສິດ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ, ຂຸດ​ຄົ້ນ​ຂໍ້​ຕົກ​ລົງ​ສັນ​ຍາ​ການ​ຄ້າ​ເສ​ລີ ອາ​ຊຽນ - ອົດ​ສະ​ຕາ​ລີ - ນິວ​ຊີ​ແລນ ໃຫ້​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ; ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ...


top