ຂ່າວສານ

ຫວຽດນາມ ດຶງດູດໄດ້ ເງິນລົງທຶນຈາກຕ່າງປະເທດເກືອບ 36 ຕື້ USD ໃນປີ 2017

      ຕາມຄູ່ຮ່ວມມືລົງທຶນແລ້ວ, ມີ 115 ປະເທດ ແລະ ເຂດແຄວ້ນມີໂຄງການລົງທຶນຢູ່ ຫວຽນາມ.
ຕາມກົມການລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ໃນປີ 2017, ຍອດທຶນຈົດທະບຽນໃໝ່, ເພີ່ມຕີ່ມອີກ ແລະ ປະກອບທຶນຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດບັນລຸໄດ້ 35 ຕື້ 88 ລ້ານ USD, ເພີ່ມກວ່າ 44% ເມື່ອທຽບໃສ່ປີ 2016. ຕາມຄູ່ຮ່ວມມືລົງທຶນແລ້ວ, ມີ 115 ປະເທດ ແລະ ເຂດແຄວ້ນມີໂຄງການລົງທຶນຢູ່ ຫວຽນາມ. ໃນນັ້ນ ຍີ່ປຸ່ນຍືນອັນດັບທີ 1 ດ້ວຍຍອດເງິນລົງທຶນແມ່ນ 9 ຕື້ 110 ລ້ານ USD, ກວມກວ່າ 25% ຍອດເງິນລົງທຶນ. ຖັດມາແມ່ນ ສ.ເກົາຫຼີ ແລະ ສິງກະໂປ.
 (ແຫຼ່ງຄັດຈາກ VOV)

top