ຂ່າວສານ

ຫວຽດນາມ ຍົກອອກ 4 ຂໍ້ສະເໜີແນໃສ່ປັບປຸງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຕໍ່ ອາຊຽນ

ຕອນເຊົ້າວັນທີ 21 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM-59) ໄດ້ໄຂຂຶ້ນຢູ່ສູນກອງປະຊຸມສາກົນ ຟີລິບປິນ. ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ, ເປັນຫົວໜ້າຄະນະເຂົ້າຮ່ວມພິທີໄຂ ແລະ ບັນດາກອງປະຊຸມ.
  ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ, ກ່າວຄຳເຫັນທີ່ກອງປະຊຸມຄົບ​ຄະ​ນະ. (ພາບ: VNA)  

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ຮ​ວ່າງ​ຢາງ ໄດ້​ຍົກ​ອອກ 4 ຂໍ້​ສະ​ເໜີ​ຂອງ ຫວຽດ​ນາມ ເພື່ອ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ​ສ້າງ​ຄວາມເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ເຊື່ອມ​ຕໍ່ ອາ​ຊຽນ. ທີ 1, ຕ້ອງ​ສືບ​ຕໍ່​ຖື​ຫຼັກ​ການ​ຂອງ ອາ​ຊຽນ ເປັນ​ຢ່າງ​ສູງ, ເພີ່​ມ​ທະ​ວີ​ການ​ໂອ້ລົມ​ສົນ​ທະ​ນາ, ຮ່ວມ​ມື​ເພື່​ອ​ພ້ອມ​ກັນ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວ​ມ. ທີ 2, ຕ້ອງ​ຊຸກ​ຍູ້ ອາ​ຊຽນ ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ, ມີ​ຄວາມ​ເຂັ້ມ​ແຂ​ງ​ດ້ວຍ​ຕົນ​ເອງ​ຫຼາຍກວ່າ, ແກ່ງ​ແຍ້ງກວ່າ. ທີ 3, ຕ້ອງ​ພັດ​ທະ​ນາ ອາ​ຊຽນ ດ້ວຍ​ການ​ຖື​ເອົາ​ມະ​ນຸດ​ເປັນ​ໃຈ​ກາງ. ແລ​ະ​ສຸດ​ທ້າຍ, ຕ້ອງ​ປັບ​ປຸງ​ຄວາມ​ເປັ​ນ​ເຈົ້າ​ຍຸດ​ທະ​ສາດ ແລະ ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ແກ່ງ​ແຍ້ງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່​ທີ່​ນັບ​ມື້​ນັບຮ້ອງ​ເ​ຮັ່ງ, ​ສັບ​ສົນ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ​ກ່າ​ວ​ຄຳ​ເຫັນ​ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ວາ​ລະ​ປ​ະ​ຊຸມ​ວົງ​ແຄບ ແລະ ວາ​ລະ​ປຶກ​ສາບໍ່​ເປັນ​ທາງ​ການ​ເປີດກວ້າງ​ກ່ຽວ​ກັບ ມຽນ​ມາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ຮ​ວ່າງ​ຢາງ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ ອາ​ຊຽນ ມີ​ວິ​ທີ​​ເຂົ້າ​ເຖິງ ມຽ​ນ​ມາ ຢ່າງ​ມີ​ໄຫວ​ພິບກວ່າ ເພື່ອ​ຊຸກ​ຍູ້​ການ​ໄ​ກ່ເກ່ຍ​ປອງດອງ, ເຈ​ລະ​ຈາ​ກວມ​ລວມ, ພ້​ອມ​ກັນ​ນັ້ນ ກໍ່ໜູນ​ຊ່ວຍ ມຽ​ນ​ມາ ແກ້​ໄຂ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ, ສັງ​ຄົມ​ທີ່​ຮີບ​ດ່ວນ​ໃນ​ປະ​ຈຸ​ບັນ.


top