ຂ່າວສານ

ຫວຽດນາມ ຍູ້ແຮງຄວາມມານະພະຍາຍາມສ້າງບັນດາສູນການເງິນສາກົນ

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ຊີ້ແຈ້ງ 3 ຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການພັດທະນາສູນການເງິນສາກົນ.
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ເຢຍລະມັນ ແຕ່ວັນທີ 25 ກັນຍາ ຫາວັນທີ 01 ຕຸລາ, ວັນທີ 29 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິ່ງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມປະຈຳປີຢູ່ Frankfurt ຂອງພັນທະມິດບັນດາສູນການເງິນສາກົນໂລກ (WAIFC), ອົງການມີບົດບາດຊຸກຍູ້ການຮ່ວມມືລະຫວ່າງບັນດາສູນການເງິນສາກົນທົ່ວໂລກຢ່າງເລິກເຊິ່ງ, ກວ້າງຂວາງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ຊີ້ແຈ້ງ 3 ຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການພັດທະນາສູນການເງິນສາກົນ, ລວມມີ: ສ້າງລະບົບກົດໝາຍໂປ່ງໄສ, ທັນສະໄໝ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ; ປະກາດໃຊ້ບັນດານະໂຍບາຍບຸລິມະສິດພິເສດສະເພາະ, ມີໄຫວພິບ ແລະ ແກ່ງແຍ້ງ ເພື່ອສ້າງສູນການເງິນສາກົນທີ່ດຶງດູດໃຈ, ມີຄວາມແຕກຕ່າງ; ດຶງດູດ ແລະ ຮັກສານັກຊ່ຽວຊານ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຜ່ານການລົງທຶນກໍ່ສ້າງພື້ນຖານໂຄງລ່າງລະດັບສາກົນ. ທ່ານ ຫງວຽນຮ່ວາບິ່ງ ປາດຖະໜາວ່າ WAIFC, ດ້ວຍບົດບາດ “ພາທາງ” ຂອງບັນດາສູນການເງິນສາກົນ ໃນສະພາບການໂລກມີການຜັນແປຫຼາຍຢ່າງນັ້ນ, ຈະແມ່ນປະຕູສຳຄັນເຊື່ອມຕໍ່ຕະຫຼາດການເງິນ ຫວຽດນາມ ກັບຕະຫຼາດການເງິນທົ່ວໂລກ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ໄດ້ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີ SIBOS 2025 ໂດຍສະຫະສະມາຄົມໂທລະຄົມການເງິນລະຫວ່າງທະນາຄານທົ່ວໂລກຈັດຂຶ້ນຢູ່ Frankfurt.


top