ຕອນບ່າຍວັນທີ 17 ກໍລະກົດ 2024 (ຕາມເວລາຝັ່ງທະເລຕາເວັນອອກຂອງ ອາເມລິກາ), ຢູ່ສຳນັກງານສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ໂດຍທ່ານ ຈິ້ງດຶກຫາຍ, ຮອງປະທານຄະນະກຳມະການຊາຍແດນແຫ່ງຊາດ ເປັນຫົວໜ້າ ໄດ້ຍື່ນສະເໜີເອກະສານກ່ຽວກັບເຂດແດນໄຫຼ່ທະວີບເປີດກວ້າງກວ່າ 200 ໄມທະເລຂອງ ຫວຽດນາມ ຢູ່ເຂດທະເລຕາເວັນອອກກາງ ໃຫ້ຄະນະກຳມະການ ເຂດແດນໄຫຼ່ທະວີບ ສປຊ (CLCS). ແລະ ກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບການຍື່ນສະເໜີເອກະສານດັ່ງກ່າວຂອງ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຍື່ນສະເໜີເອກະສານ ກ່ຽວກັບເຂດແດນໄຫຼ່ທະວີບເປີດກວ້າງກວ່າ 200 ໄມທະເລ ຂອງ ຫວຽດນາມ ຢູ່ເຂດທະເລຕາເວັນອອກກາງ ໃຫ້ຄະນະ ກຳມະການ ເຂດແດນໄຫຼ່ທະວີບ ສປຊ (CLCS). ພາບ: ແທງຕ໋ວນ - ນັກຂ່າວ VNA ຢູ່ ນິວຢອກ (ອາເມລິກາ)
ຕາມນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳນິວຢອກ ແລ້ວ, ການຍື່ນສະເໜີເອກະສານ ກ່ຽວກັບ ເຂດແດນໄຫຼ່ທະວີບເປີດກວ້າງກວ່າ 200 ໄມທະເລ ແມ່ນປະຕິບັດສິດ ແລະ ພັນທະຂອງບັນດາປະເທດສະມາຊິກ ຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ໄດ້ກຳນົດໄວ້ໃນມາດຕາ 76 ຂອງ UNCLOS. ຕາມນັ້ນແລ້ວ, ເມື່ອປະເທດແຄມທະເລມີເຂດໄຫຼ່ທະວີບຍາວເກີນ 200 ໄມທະເລ ຈາກພື້ນຖານການຄິດໄລ່ຄວາມກວ້າງຂອງເຂດທະເລ, ລັດແຄມທະເລຕ້ອງຍື່ນສະເໜີຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ເຖິງຄະນະກຳມະການເຂດແດນ ໄຫຼ່ທະວີບ ສປຊ ພິຈາລະນາ ແລະ ເຮັດໃຫ້ຂໍ້ສະເໜີແນະ ກ່ຽວກັບເຂດແດຍຂອງເຂດໄຫຼ່ທະວີບເປີດກວ້າງ.
ການຍື່ນສະເໜີເອກະສານກ່ຽວກັບເຂດແດນໄຫຼ່ທະວີບເປີດກວ້າງ ກວ່າ 200 ໄມທະເລ ຢູ່ເຂດທະເລຕາເວັນອອກກາງ ແມ່ນການຍື່ນສະເໜີຄັ້ງທີ 3 ຂອງ ຫວຽດນາມ. ເດືອນ ພຶດສະພາ 2009, ຫວຽດນາມໄດ້ຍື່ນສະເໜີເອກະສານກ່ຽວກັບເຂດແດນໄຫຼ່ທະວີບເປີດກວ້າງກວ່າ 200 ໄມທະເລ ຢູ່ເຂດທະເລຕາເວັນອອກ ສ່ຽງເໜືອ ແລະ ຍື່ນສະເໜີຮ່ວມກັບ ມາເລເຊຍ ກ່ຽວກັບເຂດ ແດນໄຫຼ່ທະວີບເປີດກວ້າງກວ່າ 200 ໄມທະເລຢູ່ເຂດທະເລຕາເວັນອອກສ່ຽງໃຕ້.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແລະ ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຂອງ ສປຊ ໃນຂະນະທີ່ ຫວຽດນາມ ໄດ້ຍື່ນສະເໜີເອກະສານ ຕາມບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງ UNCLOS ແລະ CLCS.
ແລະ ກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສົ່ງຈົດໝາຍທາງການເຖິງທ່ານເລຂາທິການໃຫຍ່ ສປຊ ເພື່ອສະແດງຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບເຫດການ ຟີລິບປິນ ຍື່ນສະເໜີເອກະສານກ່ຽວກັບເຂດແດນໄຫຼ່ທະວີບເປີດກວ້າງກວ່າ 200 ໄມທະເລ ຢູ່ທະເລຕາເວັນອອກໃນວັນທີ 14 ມິຖຸນາ 2024./.