ຍາມໃດ ຫວຽດນາມ ກໍ່ໃຫ້ບຸລິມະສິດສູງສຸດໃນການພົວພັນກັບ ລາວ, ພ້ອມກັນນັ້ນກໍ່ ສະເໜີໃຫ້ຄະນະຊາວໜຸ່ມສອງປະເທດເພີ່ມທະວີການສຶກສາລຸ້ນໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ
ທີ່ການຕ້ອນຮັບ (ພາບ: VNA)
ຕອນບ່າຍວັນທີ 21 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນເກີມຕູ, ກຳມະການຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ໂດຍທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ນຳໜ້າ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ຢູ່ທີ່ນີ້, ທ່ານ ເຈິ່ນເກີມຕູ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ໃຫ້ບຸລິມະສິດສູງສຸດໃນການພົວພັນກັບ ລາວ, ພ້ອມກັນນັ້ນກໍ່ສະເໜີໃຫ້ຄະນະຊາວໜຸ່ມສອງປະເທດເພີ່ມທະວີການສຶກສາລຸ້ນໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ, ແລກປ່ຽນບົດຮຽນ ແລະ ປຸກລຸກຈິດໃຈອຸທິດສ່ວນຂອງຊາວໜຸ່ມສອງປະເທດ.
ສ່ວນທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ປາດຖະໜາຢາກສືບຕໍ່ຮໍ່າຮຽນ, ແລກປ່ຽນບົດຮຽນກັບຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ; ຍູ້ແຮງການພົບປະແລກປ່ຽນ, ການຮ່ວມມື, ບັນດາການເຄື່ອນໄຫວອາສາສະໝັກ, ການປົກປັກຮັກສາສິ່ງແວດລ້ອມ ແລະ ໜູນຊ່ວຍປະຊາຊົນຢູ່ເຂດຫ່າງໄກສອກຫຼີກ.