ຂ່າວສານ

ຫວຽດນາມ ຊ່ວຍຫັນຂະແໜງກວດສອບຂອງ ລາວ ໄປສູ່ທັນສະໄໝ

ເລື່ອງມອບ - ຮັບໂຄງການ ບໍ່ພຽງແຕ່ປະກອບສ່ວນຫັນວຽກງານກວດສອບຂອງອົງການກວດສອບແຫ່ງລັດ ລາວ ໄປສູ່ທັນສະໄໝເທົ່ານັ້ນ, ຫາກຍັງຊ່ວຍໃຫ້ການພົວພັນຮ່ວມມືລະຫວ່າງ 2 ອົງການກວດສອບແຫ່ງລັດຂອງ 2 ປະເທດນັບມື້ນັບພັດທະນາ.
ພິທີມອບ - ຮັບໂຄງການ (ພາບ: TTXVN)

ຕອນບ່າຍວັນທີ 04 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີມອບ - ຮັບໂຄງການປັບປຸງການບໍລິການອົງການກວດສອບແຫ່ງລັດ ໄປສູ່ຄວາມທັນສະໄໝ (ໂຄງການ E-office) ລະຫວ່າງອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບແຫ່ງລັດ ລາວ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ຮ່າທິມິຢຸງ, ຮອງຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ, ເນັ້ນໜັກວ່າ, ເລື່ອງມອບ - ຮັບໂຄງການ ບໍ່ພຽງແຕ່ປະກອບສ່ວນຫັນວຽກງານກວດສອບຂອງອົງການກວດສອບແຫ່ງລັດ ລາວ ໄປສູ່ທັນສະໄໝເທົ່ານັ້ນ, ຫາກຍັງຊ່ວຍໃຫ້ການພົວພັນຮ່ວມມືລະຫວ່າງ 2 ອົງການກວດສອບແຫ່ງລັດຂອງ 2 ປະເທດນັບມື້ນັບພັດທະນາ, ແທດຈິງ, ມີປະສິດທິຜົນ, ສົມກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືມິດຕະພາບຮອບດ້ານລະຫວ່າງ 2 ປະເທດອີກດ້ວຍ.      

ສ່ວນທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ລາວ, ຢືນຢັນວ່າ, ນີ້ແມ່ນໂຄງການສຳຄັນ, ແທດຈິງ, ຖືກກັບຄວາມຕ້ອງການຂອງອົງການກວດສອບແຫ່ງລັດ ລາວ ໃນວຽກງານສ້າງຄວາມໝັ້ນຄົງເຂັ້ມແຂງ, ຫັນເປັນທັນສະໄໝ, ພັດທະນາພື້ນຖານເຕັກໂນໂລຊີຂໍ້ມູນຂ່າວສານ ຮັບໃຊ້ວຽກງານບໍລິຫານ, ກວດສອບຂອງອົງການກວດສອບແຫ່ງລັດ ລາວ.


top