ຂ່າວສານ

ຫວຽດນາມ ຊຸກຍູ້ການຮ່ວມມືກັບອົງການເກືອດຫ້າມອາວຸດເຄມີ

ທ່ານ Fernando Arias, ທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ໄດ້ຢືນຢັນວ່າ ຈະເຮັດຈົນສຸດຄວາມສາ ມາດຂອງຕົນເພື່ອສືບຕໍ່ຮັກສາ ແລະ ຊຸກຍູ້ການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງ OPCW ແລະ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ໂງເຮືອງນາມ ຍື່ນສານຕາຕັ້ງ

ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນ Hague, ປະເທດ ໂຮນລັງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ໂງເຮືອງນາມ, ໄດ້ຍື່ນສານຕາຕັ້ງຢູ່ສຳນັກງານໃຫຍ່ອົງການເກືອດຫ້າມອາວຸດເຄມີ (OPCW). ທີ່ການແລກປ່ຽນກັບຜູ້ອຳນວຍການໃຫຍ່ OPCW, ທ່ານ Fernando Arias, ທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ໄດ້ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຮັກສາ ແລະ ຊຸກຍູ້ການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງ OPCW ແລະ ຫວຽດນາມ; ທ່ານປາດຖະໜາວ່າ OPCW ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍ ຫວຽດນາມ ໃນການພິຈາລະນາ, ຮັບສະໝັກພະນັກງານ ຫວຽດນາມ ເຮັດວຽກຢູ່ OPCW ແລະ ສູນເຄມີ ແລະ ເຕັກໂນໂລຊີ (Chemtech); ໜູນຊ່ວຍຍົກສູງກຳລັງຄວາມສາມາດຂອງ ຫວຽດນາມ ຜ່ານບັນດາການເຄື່ອນໄຫວບບຳລຸງສ້າງຂອງ OPCW...       

ສ່ວນທ່ານຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ໄດ້ຮັບຮູ້ບັນດາຂໍ້ສະເໜີຂອງທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ແລະ ໃຫ້ຮູ້ວ່າ OPCW ອາດຈະສະໜອງອຸປະກອນວິໄຈເຄມີໃຫ້ບັນດາຫ້ອງທົດລອງຢູ່ ຫວຽດນາມ.


top