ວາລະປະຊຸມຄົບຄະນະໄດ້ສຸມໃສ່ຄວາມສາມດຟື້ນຟູ ແລະ ຄວາມສາມັກຄີ, ເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ, ກຳນົດທີ່ຕັ້ງຂອງເວທີປາໄສຄືດັ່ງພື້ນຖານການໂອ້ລົມສົນທະນາເປີດເພີ່ມເຕີມໃຫ້ບັນດາກົນໄກເປັນທາງການທີ່ມີຢູ່ແລ້ວໃນປະຈຸບັນຂອງ ອາຊຽນ.
ບັນດາຜູ້ແທນເຂົ້າຮ່ວມພິທີໄຂ (ພາບ: TTXVN)
ຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບເນື້ອໃນປຶກສາຫາລືທີ່ເວທີປາໄສອະນາຄົດ ອາຊຽນ 2026 ກ່ຽວກັບຄວາມສາມັກຄີ ແລະ ເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ ແມ່ນສອດຄ່ອງກັບຜົນປະໂຫຍດຂອງທຸກໆປະເທດສະມາຊິກ ອາຊຽນ. ນີ້ແມ່ນຄຳຢືນຢັນຂອງທ່ານສາດສະດາຈານ ໝີລຽງ, ຜູ້ອຳນວຍການຫົວໜ້າສູນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້, ມະຫາວິທະຍາໄລພາສາຕ່າງປະເທດ ປັກກິງ (ຈີນ) ເມື່ອຕອບສຳພາດຕໍ່ນັກຂ່າວ ເນື່ອງໃນໂອກາດຈັດເວທີປາໄສອະນາຄົດ ອາຊຽນ 2026 ຢູ່ ຮ່າໂນ້ຍ ແຕ່ວັນທີ 09 – 10 ມິຖຸນາ.
ຕາມທ່ານສາດສະດາຈານ ໝີລຽງ ແລ້ວ, ວາລະປະຊຸມຄົບຄະນະໄດ້ສຸມໃສ່ຄວາມສາມດຟື້ນຟູ ແລະ ຄວາມສາມັກຄີ, ເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ, ກຳນົດທີ່ຕັ້ງຂອງເວທີປາໄສຄືດັ່ງພື້ນຖານການໂອ້ລົມສົນທະນາເປີດເພີ່ມເຕີມໃຫ້ບັນດາກົນໄກເປັນທາງການທີ່ມີຢູ່ແລ້ວໃນປະຈຸບັນຂອງ ອາຊຽນ. ເວທີປາໄສໄດ້ເນັ້ນໜັກເຖິງເລື່ອງສ້າງປະຊາຄົມ ອາຊຽນ ຖືເອົາມະນຸດເປັນໃຈກາງ, ຊຸກຍູ້ການຫັນປ່ຽນຮູບແບບເຕີບໂຕໃໝ່ ໃນສະພາບຄວາມຂາດສະຖຽນລະພາບໃນທົ່ວໂລກ, ປົກປ້ອງຜົນປະໂຫຍດ ແລະ ຄວາມສາມາດຟື້ນຟູຂອງທຸກໆຄົນ, ຮັບປະກັນບໍ່ປະໃຫ້ກຸ່ມໃດຖືກຕົກຢູ່ທາງຫຼັງ.
ກ່ຽວກັບການປ້ອງກັນ, ສະກັດກັ້ນການປະທະກັນ, ນັກຮຽນຮູ້ ຈີນ ຖືວ່າ ນີ້ແມ່ນໜຶ່ງໃນ 3 ຫົວຂໍ້ຫຼັກຂອງເວທີປາໄສຄັ້ງນີ້. ເລື່ອງປຶກສາຫາລືຫົວເລື່ອງດັ່ງກ່າວແມ່ນເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ສ້າງສະພາບແວດລ້ອມພາຍໃນທີ່ປອດໄພໃຫ້ແກ່ການພັດທະນາຂອງ ອາຊຽນ.