ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030
ພິທີລົງນາມໃນເອກະສານຮ່ວມມື
ພິທີລົງນາມໃນເອກະສານຮ່ວມມືພົ້ນເດັ່ນຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 15 ເມສາ, ຢູ່ ປັກກິ່ງ, ຕໍ່ໜ້າການເປັນສັກຂີພິຍານພິທີລົງນາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ.
ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030; ອະນຸສັນຍາກ່ຽວກັບການສ້າງຕັ້ງ, ຄຸ້ມຄອງ ແລະ ການເຄື່ອນໄຫວໂທລະສັບສາຍດ່ວນຂັ້ນລັດຖະມົນຕີລະຫວ່າງກະຊວງຕຳຫຼວດ 2 ປະເທດ; ແຜນການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ ໄລຍະ 2026 – 2030; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ: ການສຶກສາວິຊາຊີບ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ…