ເລື່ອງເປັນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 48 ໃນຖານະຕຳແໜ່ງໃໝ່ນັ້ນ ແມ່ນການສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ກັບ ອາຊຽນ
ທ່ານນາງ ໂຕນທິງອັກເຮືອງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ
ຕອນເຊົ້າວັນທີ 07 ພຶດສະພາ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 48 ຢູ່ນະຄອນ Cebu, ຟີລິບປິນ ແຕ່ວັນທີ 07 – 08 ພຶດສະພາ ຕາມຄຳເຊີນຂອງທ່ານ Ferdinand Romualdez Marcos Jr, ປະທານາທິບໍດີ ຟີລິບປິນ, ປະທານ ອາຊຽນ ປີ 2026.
ທ່ານນາງ ໂຕນທິງອັກເຮືອງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ໃຫ້ຮູ້ວ່າ:
“ເລື່ອງເປັນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 48 ໃນຖານະຕຳແໜ່ງໃໝ່ນັ້ນ ແມ່ນການສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ກັບ ອາຊຽນ ແລະ ບັນດາຄວາມມານະພະຍາຍາມທີ່ ຫວຽດນາມ ຈະສືບຕໍ່ປະກອບສ່ວນເພື່ອໃຫ້ ອາຊຽນ ເຕີບໃຫຍ່, ເຂັ້ມແຂງ ແລະ ມີບົດບາດ, ທີ່ຕັ້ງທີ່ນັບມື້ນັບສູງຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມ, ປະກອບສ່ວນພ້ອມກັບບັນດາປະເທດຢ່າງຕັ້ງໜ້າ, ກ່ອນອື່ນໝົດແມ່ນຍົກສູງກຳລັງຄວາມສາມາດຮັບມື ແລະ ປະສານງານລວມຂອງ ອາຊຽນ ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງສະພາບການສາກົນ, ພາກພື້ນ ອາຊຽນ, ໂດຍສະເພາະແມ່ນຜົນສະທ້ອນຂອງການປະທະກັນຢູ່ ຕາເວັນອອກກາງ ທີ່ມີຕໍ່ພາກພື້ນ ອາຊຽນ”.
ຕາມທ່ານເອກອັກຄະລັດຖະທູດ ນາງ ໂຕນທິງອັກເຮືອງ ແລ້ວ, ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຈະພ້ອມກັບບັນດາການນຳ ອາຊຽນ ແລກປ່ຽນ, ວາງອອກບັນດາການກຳນົດທິດເພື່ອສົມທົບກັນແກ້ໄຂຂອງ ອາຊຽນ ຕໍ່ໜ້າບັນດາສິ່ງທາທາຍຈາກສະພາບແວດລ້ອມດ້ານພູມສາດການເມືອງ, ພູມສາດເສດຖະກິດທີ່ພວມມີການຜັນແປຢ່າງວ່ອງໄວ, ສັບສົນຢູ່ພາກພື້ນ ແລະ ໃນໂລກ.