ວັນທີ 28 ພະຈິກ 2026, ຢູ່ຮ່າໂນ້ຍ, ດ້ວຍບົດບາດເປັນປະທານກົນໄກຮ່ວມມື 4 ປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ປີ 2026,
ທ່ານ Uch Leang ຕອບສຳພາດຈາກນັກຂ່າວສຳນັກຂ່າວ VNA ປະຈຳກຳປູເຈຍ. (ພາບ: VNA)
ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ CLMV ຄັ້ງທີ 12 ແລະ ສົມທົບກັບ ສະຫະພັນ ມຽນມາ, ປະເທດປະທານ ກົນໄກຮ່ວມມືເສດຖະກິດ ອິຣະວະດີ - ເຈົ້າພະຍາ - ແມ່ຂອງ (ACMECS), ຈັດກອງປະຊຸມສຸດຍອດ ACMECS ຄັ້ງທີ 11.
ບັນດາກອງປະຊຸມຈະມີການເຂົ້າຮ່ວມຂອງ ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ Min Aung Hlaing, ປະທານາທິບໍດີ ສ. ສະຫະພັນ ມຽນມາ, ທ່ານ Hun Manet, ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ສປປ ລາວ, ທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ລາຊະອານາຈັກ ໄທ, ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ພ້ອມກັບຜູ້ຕາງໜ້າຄູ່ຮ່ວມມືພາກພື້ນ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງ.