ຂ່າວສານ

ຫວຽດນາມ​ ຮຽກຮ້ອງ​ບັນດາ​ຝ່າຍ​ກ່ຽວຂ້ອງປະຕິບັດ​ຄໍາ​ສັ່ງ​ຢຸດ​ຍິງຢູ່ ລີບີ

ວັນທີ 27 ມີນາ, ສະພາຄວາມໝັ້ນຄົງສປຊ ໄດ້ດໍາເນີນກອງປະຊຸມອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ລີບີ ແລະການເຄື່ອນໄຫວຂອງຄະນະໜູນຊ່ວຍສປຊຢູ່ລີບີ (UNSMIL).

ທ່ານເອກອັກຄະລັດຖະທູດດັ້ງດ່ິງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ (ພາບ: TTXVN)

ກ່າວຄໍາເຫັນທີ່ກອງປະຊຸມອອນລາຍ, ທ່ານເອກອັກຄະລັດຖະທູດດັ້ງດ່ິງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈໍາສປຊ, ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ລີບີຈົ່ງປະຕິບັດຄໍາສັ່ງຢຸດຍິງຊົ່ວຄາວ, ບັນລຸໄດ້ຂໍ້ຕົກລົງຢຸດຍິງຍາວນານໂດຍໄວ ແລະຮັບປະກັນການສໍາຜັດກັບບັນດາແຫຼ່ງໜູນຊ່ວຍມະນຸດສະທໍາ. ທ່ານເອກອັກຄະລັດຖະທູດກໍຢັ້ງຢືນເຖິງການສະໜັບສະໜູນສໍາລັບມາດຕະການດ້ານການເມືອງໂດຍຊາວລີບີ ນໍາພາ ແລະ ເປັນເຈົ້າ, ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ຊຸກຍູ້ບັນດາຊ່ອງທາງການເຈລະຈາດ້ານການເມືອງ, ເສດຖະກິດ ແລະການທະຫານໃຫ້ເໝາະສົມກັບມະຕິເລກທີ 2510 ຂອງສະພາຄວາມໝັ້ນຄົງສປຊວ່າດ້ວຍການສະໜັບສະໜູນເອກະສານກອງປະຊຸມ Berlin ກ່ຽວກັບລີບີ ແລະຮຽກຮ້ອງໃຫ້ຄະນະໜູນຊ່ວຍສປຊຢູ່ລີບີພ້ອມດ້ວຍບັນດາອົງການຈັດຕັ້ງໃນພາກພື້ນຈົ່ງພິຈາລະນາການໜູນຊ່ວຍບັນດາຝ່າຍທີ່ກ່ຽວຂ້ອງດໍາເນີນການເຈລະຈາຜ່ານທາງອອນລາຍ.
(ແຫຼ່ງຄັດຈາກ VOV)

top