ຂ່າວສານ

ຫວຽດນາມແລະອີຢູລົງນາມໃນສັນຍາ VPA/FLEGT

      ຕອນບ່າຍວັນທີ 19 ຕຸລາ, ຢູ່ບຣຸກແຊນ, ປະເທດແບນຊິກ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຄູ່ຮ່ວມມືດ້ວຍຄວາມສະໝັກໃຈກ່ຽວກັບການປະຕິບັດກົດໝາຍວ່າດ້ວຍກະສິກຳປ່າໄມ້, ຄຸ້ມຄອງປ່າ ແລະ ການຄ້າປ່າ (VPA/FLEGT) ລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ).

ພິທີລົງນາມໃນສັນຍາ VPA/FLEGT
(ພາບ: VGP)
      ສັນຍາດັ່ງກ່າວແມ່ນເພື່ອແນໃສ່ຊ່ວຍເພີ່ມທະວີການຄຸ້ມຄອງປ່າ, ແກ້ໄຂສະພາບຂຸດຄົ້ນປ່າຢ່າງຜິດກົດໝາຍ ແລະ ຊຸກຍູ້ການຄ້າກ່ຽວກັບໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ຖືກຕາມກົດໝາຍຂອງຫວຽດນາມ ທີ່ສົ່ງໄປຍັງຕະຫຼາດອີຢູ ແລະ ບັນດາຕະຫຼາດອື່ນ. ສັນຍາສະບັບນີ້ຈະມີຜົນສັກສິດພາຍຫຼັງໄດ້ໃຫ້ສັດຕະຍາບັນຕາມຂໍ້ກຳນົດຂອງກົດໝາຍຂອງແຕ່ລະຝ່າຍ.
        ທີ່ພິທີ, ທ່ານນາງ Federica Mogherini, ຮອງປະທານຄະນະກຳມະການເອີລົບ, ຖືວ່າ, ດ້ວຍເລື່ອງລົງນາມໃນສັນຍາດັ່ງກ່າວ, ຫວຽດນາມ ແລະ ອີຢູ ໄດ້ພ້ອມກັນຮ່ວມມືເພື່ອແກ້ໄຂສະພາບຂຸດຄົ້ນໄມ້ຢ່າງຜິດກົດໝາຍ ແລະ ບັນດາຜົນສະທ້ອນທີ່ຮ້າຍແຮງຂອງສະພາບການນີ້.
        ສ່ວນທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຊີ້ແຈ້ງວ່າ, ເພື່ອປະຕິບັດສັນຍາສະບັບນີ້, ຫວຽດນາມ ຈະສ້າງລະບົບຮັບປະກັນໄມ້ຖືກຕາມກົດໝາຍຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ເພື່ອຮັບປະກັນໃຫ້ໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ມີຕົ້ນກຳເນີດຖືກຕາມກົດໝາຍ.
 (ແຫຼ່ງຄັດຈາກ VOV)


top