ວັນທີ 24 ສິງຫາ ຢູ່ ເທດສະບານ ເກື໋ອຫລໍ່, ແຂວງ ເຫງ້ອານ, ໄດ້ດຳເນີນການເຈລະຈາການແລກປ່ຽນບົດຮຽນວຽກງານກວດກາ ແລະ ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງລະຫວ່າງ ຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ
ບັນດາຜູ້ແທນຫວຽນດາມ ແລະລາວ ເຂົ້າຮ່ວມກອງປະຊຸມສຳມະນາ
ໂດຍການເປັນປະທານຂອງທ່ານ ເຈີນກວກເວື້ອງ ຜູ້ປະຈຳຄະນະເລຂາ, ຫົວຫນ້າຄະນະກວດກາສູນກາງ ແລະ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະກວດກສາສູນກາງ, ຫົວຫນ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫລວງສູນກາງ, ປະທານອົງການກວດກາລັດຖະບານລາວ. ທີ່ການເຈລະຈາ, ສອງຝ່າຍໄດ້ຢືນຢັນ ຄວນບຸລິມະສິດ, ຫນູນຊ່ວຍ, ຊ່ວຍເຫລືອເຊິ່ງກັນ ແລະກັນໃນການບຳລຸງຍົກສູງດ້ານວິຊາສະເພາະກ່ຽວກັບວຽກງານກວດກາ, ບໍ່ພຽງແຕ່ເຮັດໃຫ້ລະບົບການເມືອງຈາກສູນກາງລົງຮອດທ້ອງຖິ່ນມີຄວາມໂປ່ງໃສເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນສຳລັບພັກ. ທ່ານ ເຈີນກວກເວື້ອງ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ຄະນະກຳມະການກວດກາພັກສອງປະເທດສືບຕໍ່ຮ່ວມມືແລກປ່ຽນບົດຮຽນ, ວິຊາສະເພາະໃນວຽກງານກວດກາ,ແກ້ໄຂການຮ້ອງທຸກ, ກ່າວຟ້ອງ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫລວງ.
(ແຫຼ່ງຄັດຈາກ VOV)