ຂ່າວສານ

ຫວຽດນາມເຂົ້າຮ່ວມກົນໄກແກ້ໄຂຂໍ້ຂັດແຍ່ງຂອງ ອົງການການຄ້າໂລກ

ໃນວັນທີ 16 ຕຸລາ, ຫວຽດນາມ ໄດ້ປະກາດຢ່າງເປັນທາງການກ່ຽວກັບການເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ (MPIA). ນີ້ແມ່ນຂໍ້ລິເລີ່ມແນ່ໃສ່ປະກອບສ່ວນບໍາລຸງຮັກສາຄວາມໝັ້ນຄົງຂອງລະບົບການແກ້ໄຂຂໍ້ຂັດແຍ່ງທີ່ຂຶ້ນກັບອົງການການຄ້າໂລກ (WTO).
(ພາບປະກອບ: REUTERS/Denis Balibouse)

ຫວຽດນາມ ເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ ໄດ້ສົ່ງສານອັນໜັກແໜ້ນກ່ຽວກັບຄຳໜັ້ນສັນຍາຂອງ ຫວຽດນາມ ສຳລັບລະບົບການຄ້າຫຼາຍຝ່າຍຕ້ອງອີງໃສ່ກົດໝາຍ. ໃນສະພາບການອົງການອຸທອນຂອງ ອົງການການຄ້າໂລກ, ເຊິ່ງໄດ້ເຄີຍຖືກຖືວ່າແມ່ນ “ສານປະຊາຊົນສູງສຸດ” ຂອງອົງການການຄ້າທົ່ວໂລກ, ພວມຢຸດການເຄື່ອນໄຫວຊົ່ວຄາວນັ້ນ, ເລື່ອງ ຫວຽດນາມ ເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ  ໄດ້ຮັບຖືວ່າ ແມ່ນການກະທຳທີ່ມີຄວາມຮັບຜິດຊອບ, ບໍ່ພຽງແຕ່ຮັກສາຜົນປະໂຫຍດຂອງຫວຽດນາມ  ເທົ່ານັ້ນ ແຕ່ຍັງເປັນການຮ່ວມແຮງຮ່ວມໃຈກັບວົງຄະນະຍາດສາກົນປັບປຸງພື້ນຖານຂອງລະບົບອົງການການຄ້າໂລກ, ປະກອບສ່ວນຮັກສາຄວາມເຊື່ອໜັ້ນ ແລະ ຄວາມສະຖຽນລະພາບໃຫ້ແກ່ ການຄ້າສາກົນ.

ກ່ຽວກັບດ້ານຍຸດທະສາດ. ການເຂົ້າຮ່ວມກົນໄກ ກຳມະການອຸທອນຫຼາຍຝ່າຍຊົ່ວຄາວ ໄດ້ຍົກສູງທີ່ຕັ້ງບົດບາດ ແລະ ສຽງເວົ້າຂອງ ຫວຽດນາມ ໃນການປຶກສາຫາລືກ່ຽວກັບການປະຕິຮູບ ອົງການການຄ້າສາກົນ. ກ່ຽວກັບຜົນປະໂຫຍດຕົວຈິງ, ກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ ແມ່ນກົນໄກທີ່ໜອງເຄື່ອງມືທີ່ສຳຄັນໃຫ້ແກ່ ຫວຽດນາມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດ ແລະ ບັນດາຂະແໜງສົ່ງອອກສິນຄ້າ ຕໍ່ບັນດາສະພາບການຂັດແຍ່ງທາງການຄ້າທີ່ສັບສົນ.


top